spot_img
Homeຂ່າວພະຍາກອນອາກາດພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 11/6/2024 ເຖິງເວລາ 12 ໂມງຂອງວັນທີ 12/06/2024

ພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 11/6/2024 ເຖິງເວລາ 12 ໂມງຂອງວັນທີ 12/06/2024

Published on

ຄວາມກົດດັນອາກາດຕໍ່າ ຍັງພາດຜ່ານຢູ່ພາກເຫນືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລິມມໍລະສຸມ ຕາເວັນຕົກສຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄອບຢູ່ໃນແຕ່ລະພາກ ແລະ ຕົກ ປານກາງ ຫາ ຫນັກຢູ່ບາງທ້ອງຖິ່ນ ແຂວງ ພາກເຫນືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກເຫນືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ເກືອບທົ່ວໄປ ແລະຕົກຫນັກຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 29 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງຢູ່ເກືອບທົ່ວໄປ ຫຼື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 33 ອົງສາ.

ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວ ໄປ ແລະ ຕົກຫນັກຢູ່ບາງບໍລິເວນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 65%, ອຸນຫະພູມໃນ ລະຫວ່າງ 25 – 32 ອົງສາ.

ພາກກາງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານ ກາງ ຫາ ຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 32 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະຕົກຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 21 – 29 ອົງສາ.

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 33 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕຶກປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 55%. ອຸນຫະພູມໃນລະຫວ່າງ 17 – 25 ອົງສາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...