spot_img
Homeຂ່າວພາຍ​ໃນເຕືອນໄພ ນັກທ່ອງທ່ຽວລັກເຄື່ອງທີ່ຫຼວງພະບາງ

ເຕືອນໄພ ນັກທ່ອງທ່ຽວລັກເຄື່ອງທີ່ຫຼວງພະບາງ

Published on

ຈາກການແບ່ງປັນເລື່ອງລາວຂອງຜູ້ນຳໃຊ້ເຟດບຸກທ່ານໜຶ່ງໄດ້ເຕືອນໄພ ກໍລະນີນັກທ່ອງທ່ຽວຕ່າງປະເທດລັກຕຸ້ມຫູ ແລະ ກະເປົາມູນຄ່າ 6 ລ້ານກີບ ທີ່ຫຼວງພະບາງ, ເຊິ່ງເນື້ອໃນໂພສໄດ້ລະບຸວ່າ: 📣ເຕືອນໄພ ຝຣັ່ງລັກເຄື່ອງ!!! ວັນທີ 06/06/2024, ມີຝຣັ່ງຄູ່ຊາຍຍິງ ເຂົ້າມາຮ້ານເຮີເວີກສ ສາຂາ ຫຼວງພະບາງ, ຜູ້ຊາຍໄດ້ລັກຕຸ້ມຫູ ແລະ ກະເປົາມັ່ງມີ ລວມມູນຄ່າ 6 ລ້ານປາຍກີບ (ເທົ່າທີ່ກວດເຫັນໃນຕອນນີ້). ຈາກກ້ອງວົງຈອນແມ່ນສັງເກດເຫັນ ລາວເອົາຕຸ້ມຫູເຊື່ອງໃສ່ໃນມື, ແລະ ຍ່າງອ້ອມໄປຫຼັງຮ້ານ ສ່ອງເບິ່ງພະນັກງານເຮົາ ແລ້ວ ສອດມືມາຢິບເອົາກະເປົາ.ຈາກເບາະແສທີ່ໄດ້ຕອນນີ້ ຜູ້ຍິງທີ່ມານຳກັນແມ່ນຊື່ Aurea Monnard.ຕອນນີ້ພວກເຮົາໄດ້ແຈ້ງຄວາມໄວ້ແລ້ວຂໍໃຫ້ຊາວຄ້າຂາຍຫຼວງພະບາງລະວັງນຳກັນເດີ້!!!

อาจเป็นรูปภาพของ 1 คน และ โทรศัพท์

อาจเป็นรูปภาพของ 1 คน

ຂ່າວ: Douangmany Heuangkhamsene

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...