spot_img
Homeຂ່າວພາຍ​ໃນກຽມຈັດງານ ແຂ່ງຂັນເທຄວັນໂດ ຊິງຂັນເຈົ້າຄອງ ນວ

ກຽມຈັດງານ ແຂ່ງຂັນເທຄວັນໂດ ຊິງຂັນເຈົ້າຄອງ ນວ

Published on

ພິທີຖະແຫຼງຂ່າວການແຂ່ງຂັນກິລາເທຄວັນໂດ ລາຍການດັ່ງກ່າວ ຈັດຂຶ້ນໃນຕອນບ່າຍວັນທີ 6 ມິຖຸນາທີ່ຜ່ານມາ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກະເສມ ອິນທະລາ ຮອງເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຫຼື ນວ, ທ່ານ ປະສາດໄຊ ພິລາພັນເດຊ ປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ແລະ ທ່ານ ທະນູສັກ ພົມມະຈັກ ຜູ້ອໍານວຍການ ບໍລິສັດ ອໍໂຕລາວ ຈຳກັດ ພ້ອມດ້ວຍຕາງໜ້າບໍລິສັດ ເບຍລາວ ຈຳກັດ, ບັນດາພາກສ່ວນຜູ້ສະໜັບສະໜູນ ຕະຫຼອດຮອດຄູຝຶກ ແລະ ນັກກິລາຈາກ 22 ສະໂມສອນເຂົ້າຮ່ວມ.

อาจเป็นรูปภาพของ หนึ่งคนขึ้นไป, แท่นบรรยาย และ ข้อความ

ໃນພິທີ, ທ່ານ ປອ ຈັນທະວົງ ປັນຍາສິລະ ເລຂາທິການ ສະຫະພັນກິລາເທຄວັນໂດແຫ່ງຊາດລາວ ກ່າວວ່າ: ລາຍການດັ່ງກ່າວ ສະຫະພັນເທຄວັນໂດແຫ່ງຊາດລາວ ຈະໄດ້ຈັດການແຂ່ງຂັນຂຶ້ນ ລະຫວ່າງວັນທີ 15-16 ມິຖຸນາ 2024 ທີ່ສູນບູໂດເຊັນເຕີ ລາວ-ຍີ່ປຸ່ນ, ເຊິ່ງປັດຈຸບັນມີ 22 ພາກສ່ວນ ຈາກນັກກິລາທັງໝົດ 300 ກວ່າຄົນຈະເຂົ້າຮ່ວມ ແລະ ຈະມີການຊີງໄຊທັງໝົດ 153 ຫຼຽນຄຳ, 153 ຫຼຽນເງິນ ແລະ 306 ຫຼຽນທອງ, ໃນນັ້ນ ປະເພດຕໍ່ສູ້ ມີ 66 ລາຍການ ແລະ ປະເພດປຸ້ມເຊ້ 57 ລາຍການ.

ຂ່າວ: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...