Homeຂ່າວພາຍ​ໃນມອບອາວຸດລ່າເນື້ອ ແລະຈັກສະຕິນ ໃຫ້ກອງບັນຊາການ ປກສ ແຂວງບໍ່ແກ້ວ

ມອບອາວຸດລ່າເນື້ອ ແລະຈັກສະຕິນ ໃຫ້ກອງບັນຊາການ ປກສ ແຂວງບໍ່ແກ້ວ

Published on

ເມື່ອບໍ່ດົນມານີ້ ທີ່ກອງບັນຊາການ ປກສ ເມືອງປາກທາ ໄດ້ຈັດພິທີ ມອບອາວຸດລ່າເນື້ອ ແລະ ຈັກສະຕິນ ໃຫ້ກັບ ປກສ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມ ຂອງທ່ານ ສຸໄລ ດວງຜາຄໍາ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງປາກທາ, ມີຄະນະຮັບຜິດຊອບຈາກກອງບັນຊາການ ປກສ ແຂວງ, ສອງກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ, ປກສ ກຸ່ມບ້ານ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານ ເຈົ້າເມືອງປາກທາ ສະບັບເລກທີ 224 /ຈມ,ປທ ລົງວັນທີ 17 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງ ຄະນະກອງເລຂາ ເກັບກໍາຂຶ້ນບັນຊີ ອາວຸດເສິກ, ອາວຸດລ່າເນື້ອ ແລະວັດຖຸລະເບີດ, ໄລຍະຜ່ານມາຄະນະຮັບຜິດຊອບແຕ່ລະພາກສ່ວນ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງຢູ່ໃນ 34 ບ້ານ ທົ່ວເມືອງປາກທາ, ເຊິ່ງມີພໍ່ແມ່ປະຊາຊົນ ໄດ້ມີຄວາມຕື່ນຕົວ ແລະ ຈິງໃຈນໍາເອົາອາວຸດເສິກ, ອາວຸດລ່າເນື້ອ ແລະ ຈັກສະຕິນມາມອບໃຫ້ດັ່ງນີ້: ປືນແກັບຈໍານວນ 289 ກະບອກ, ປືນອັດລົມດັດແປງ 2 ກະບອກ, ເຄື່ອງຊ໋ອດປາ 3 ເຄື່ອງ, ຈັກສະຕິນ 27 ເຄື່ອງ, ປືນ AK 1 ກະບອກ, ປືນ CKC 1 ກະບອກ.

ຈາກນັ້ນ ກໍໄດ້ມີການເຊັນບົດບັນທຶກ ມອບອາວຸດດັ່ງກ່າວ ໃຫ້ກັບຄະນະຮັບຜິດຊອບ ເກັບກູ້ອາວຸດຂັ້ນແຂວງ ກໍຄືກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອນໍາໄປເກັບມ້ຽນ ແລະ ທໍາລາຍຖິ້ມໃຫ້ຖືກຕ້ອງຕາມລະບຽບການແລະຂັ້ນຕອນຕໍ່ໄປ.

ພາບ-ແຫຼ່ງຂ່າວ: ປກສ ເມືອງປາກທາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...