spot_img
Homeຂ່າວອຸບັດຕິເຫດເຫດລົດບັນທຸກຕຳທ້າຍລົດພ່ວງຕິດພາຍໃນລົດ1ຄົນ

ເຫດລົດບັນທຸກຕຳທ້າຍລົດພ່ວງຕິດພາຍໃນລົດ1ຄົນ

Published on

ອີງຕາມການລາຍງານຂອງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໃນວັນທີ 05 ມິຖຸນາ 2024 ເວລາ 01:17 ໂມງ. ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດບັນທຸກຕຳທ້າຍລົດພ່ວງ ຢູ່ເສັ້ນທາງຕາດມູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທາງໜ່ວຍກູ້ໄພຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນ (ຕິດພາຍໃນລົດ). ດັ່ງນັ້ນໜ່ວຍກູ້ໄພຈຶ່ງໄດ້ໃຊ້ເຄື່ອງມືຕັດຖ່າງເພື່ອນຳຄົນເຈັບອອກມາຈາກລົດ.

ຕາມການລາຍງານເບື້ອງຕົ້ນ: ຄົນເຈັບເປັນເພດຍິງ ອາຍຸ 20 ປີ ບ້ານດຸງ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ ອາການຂາຫັກທັງສອງເບື້ອງ, ຂໍ້ຕີນຊ້າຍຫັກ ມີບາດເປີດຕາມໂຕ ມີສະຕິ ດັ່ງນັ້ນ, ທາງດ້ານເຈົ້າໜ້າທີ່ຈຶ່ງໄດ້ທຳການປະຖົມພະຍາບານຂັ້ນຕົ້ນໃຫ້ຜູ້ບາດເຈັບແລ້ວນຳສົ່ງໄປທີ່ໂຮງໝໍ 150 ຕຽງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...