Homeຂ່າວຕ່າງປະເທດແພດຟອມ x ອະນຸຍາດໃຫ້ບັນຊີໂພສ ຮູບ-ຄລິບ ທີ່ມີເນື້ອຫາ 18+

ແພດຟອມ x ອະນຸຍາດໃຫ້ບັນຊີໂພສ ຮູບ-ຄລິບ ທີ່ມີເນື້ອຫາ 18+

Published on

ສຳນັກຂ່າວ AP ລາຍງານໃນວັນທີ 4 ມິຖຸນາ 2024, ແພດຟອມອອນລາຍຍອດນິຍົມຢ່າງ X ຫຼື ທະວິດເຕີ (ຊື່ເກົ່າ) ໄດ້ອັບເດດກົດລະບຽບໃໝ່ ໂດຍອານຸຍາດໃຫ້ບັນຊີສາມາດໂພສ ຮູບ-ຄລິບ ທີ່ມີເນື້ອຫາ 18+ ຫຼືຄອນເທັ້ນທີ່ມີເນື້ອຫາສຳລັບຜູ້ໃຫຍ່ ໄດ້ແລ້ວຢ່າງເປັນທາງການ ແຕ່ມີຂໍ້ຫ້າມໃນການໂພສໃນພື້ນທີ່ທີ່ເຫັນໄດ້ຢ່າງຊັດເຈນເຊັ່ນ: ບໍ່ອະນຸຍາດໃຫ້ໃຊ້ເປັນຮູບໂປຟາຍ ຫຼື ພາບແບນເນີ.

ສຳລັບ X ຖືວ່າເປັນແພດຟອມທຳອິດທີ່ອະນຸຍາດໃຫ້ໂພສເນື້ອຫາດັ່ງກ່າວແຕ່ Facebook, Instagram, Youtube, TikTok ແລະ ອີກຫຼາຍແພດຟອມຍັງບໍ່ອະນຸຍາດໃຫ້ໂພສເນື້ອຫາດັ່ງກ່າວ, ໂດຍເນື້ອຫາຈະຕ້ອງເປັນການສະມັກໃຈ ທັງໃນເລື່ອງການລົງພາບ. ລົງຄລິບ ຫຼື ຂໍ້ຄວາມຈະຕ້ອງເປັນເນື້ອຫາທີ່ບໍ່ຜິດລິຂະສິດ ແລະ ເປັນເນື້ອຫາທີ່ຍິນຍອມ ພາບຈາກ AI, ກາຕູນ, Anime ຕ່າງໆ ກໍສາມາດລົງໄດ້ເຊັ້ນກັນ.

ນອກຈາກນີ້ຍັງມີເງື່ອນໄຂຂອງການໂພສເນື້ອຫາດັ່ງກ່າວໃຫ້ຢູ່ພາຍໃຕ້ກົດໝາຍ ກົດໝາຍສາກົນເຊັ່ນ: ການຂົ່ມຂືນ, ພາບເປືອຍເດັກນ້ອຍ, ພາບທີ່ມີການໃຊ້ສານເສບຕິດ ຍັງເປັນສິ່ງຕ້ອງຫ້າມ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...