spot_img
Homeຂ່າວອຸບັດຕິເຫດໄຟຟ້າຊ໋ອດຊາຍໜຸ່ມເສຍຊີວິດ ທີ່ເຂດກວມລວມເສດຖະກິດພິເສດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໄຟຟ້າຊ໋ອດຊາຍໜຸ່ມເສຍຊີວິດ ທີ່ເຂດກວມລວມເສດຖະກິດພິເສດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

Published on

ອີງຕາມການລາຍງານ ເຈົ້າໜ້າທີ່ພະແນກຕໍາຫຼວດ ສືບສວນ-ສອບສວນຄະດີອາຍາ ( ກອງຕໍາຫຼວດນິຕິວິທະຍາ ) ຫ້ອງຕໍາຫຼວດ ປກສ ນວ ໄດ້ຮັບແຈ້ງຄວາມທາງໂທລະສັບ ຈາກ ປກສ ເມືອງ ໄຊເສດຖາ ວ່າ: ມີຄົນເສຍຊີວິດ ( ໄຟຟ້າຊ໋ອດ ) ຢູ່ເຂດກວມລວມເສດຖະກິດພິເສດ ເມືອງໄຊເສດຖາ ນວ ເວລາ 08:00 ໂມງ ຂອງວັນທີ 03 ມິຖຸນາ 2024 ຜ່ານມາ.

ຈາກນັ້ນຈຶ່ງໄດ້ສົບທົບກັບ ພາກສ່ວນທີ່ກ່ຽວຂ້ອງ ລົງຊັນລະສູດຊາກສົບຕົວຈິ່ງ. ຜ່ານການກວດກາຂອງເຈົ້າໜ້າທີ່ ຜູ້ເສຍຊີວິດເປັນເພດຊາຍ ອາຍຸປະມານ 28 ປີ, ສູງປະມານ 1,62 cm ນຸ່ງເສື້ອຍືດສີດໍາແຂນສັ້ນ, ໂສ້ງຍີນຂາຍາວ ສີໝາກຄໍ້, ມີລາຍສັກຍັນຫ້າແຖວ ຢູ່ບ່າໄຫຼທາງຫຼັງທັງສອງເບື້ອງ ແລະ ກາງສັນຄໍ, ບໍ່ມີເອກະສານຕິດຕົວ ບໍ່ຮູ້ຊື່, ບ້ານ, ເມືອງ ແລະ ແຂວງ, ຢູ່ດ້ານນອກຂອງຊາກສົບແມ່ນ ພົບເຫັນຮ່ອງຮອຍບາດແຜທີ່ຖືກສະແສໄຟຟ້າຊ໊ອດ-ໄໝ້ ຢູ່ທົ່ວຕົນຕົວ, ສາເຫດຂອງການເສຍຊີວິດ ແມ່ນຫົວໃຈວາຍກະທັນຫັນ ຍ້ອນຖືກກະແສໄຟຟ້າຊ໋ອດ.

ດັ່ງນັ້ນ, ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ນວ ໄດ້ປະກາດຫາຍາດຕິພີ່ນ້ອງ ຜູ້ເສຍຊີວິດໃຫ້ມາຕິດຕໍ່, ພົວພັນເອົາຊາກສົບຜູ້ເສຍຊີວິດ. ປັດຈຸບັນ ຊາກສົບແມ່ນໄດ້ເກັບຮັກສາໄວ້ຢູ່ມູນນິທິຈີນ ນະຄອນຫຼວງວຽງຈັນ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...