Homeຂ່າວຕ່າງປະເທດສາເຫດທີ່ພາໃຫ້ຍົນສິງກະໂປຕົກຂຸມອາກາດ

ສາເຫດທີ່ພາໃຫ້ຍົນສິງກະໂປຕົກຂຸມອາກາດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ໃນວັນທີ 29 ພຶດສະພາທີ່ຜ່ານມາ, ສຳນັກງານສອບສວນຄວາມປອດໄພດ້ານຂົນສົ່ງຂອງສິງກະໂປ ໄດ້ລາຍງານຜົນການສອບສວນເບື້ອງຕົ້ນ ກໍລະນີສາຍການບິນສິງກະໂປແອລາຍ ຖ້ຽວບິນ SQ321 ລອນດອນ-ສິງກະໂປ ຕົກຂຸມອາກາດຢ່າງຮຸນແຮງ, ທີ່ບໍລິເວນເທິງນ່ານຟ້າຂອງປະເທດມຽນມາ ເມື່ອວັນທີ 21 ພຶດສະພາທີ່ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 100 ກວ່າຄົນ.

ການລາຍງານເບື້ອງຕົ້ນໄດ້ລະບຸວ່າ: ອີງຈາກຂໍ້ມູນຂອງກ່ອງດຳໄດ້ບັນທຶກຂໍ້ມູນການບິນ ແລະ ສຽງໃນຫ້ອງນັກບິນວ່າ: ຍົນປະສົບກັບບັນຫາແຮງໂນ້ມຖ່ວງທີ່ປ່ຽນແປງຢ່າງກະທັນຫັນ 4,6 ວິນາທີ, ເຮັດໃຫ້ຍົນຕົກວູບຈາກລະດັບເພດານການບິນຈາກ 37,36 ຟຸດ ລົງມາຢູ່ທີ່ 37,184 ຟຸດ, ການປ່ຽນແປງຢ່າງກະທັນຫັນເຮັດໃຫ້ຜູ້ໂດຍສານທີ່ບໍ່ໄດ້ຄາດເຂັມຂັດໄດ້ຮັບບາດເຈັບ.

เผยผลสอบเบื้องต้น สิงคโปร์แอร์ไลน์ ตกหลุมอากาศ ตาย 1 บาดเจ็บกว่าร้อย

ຍົນລຳນີ້ໄດ້ປະເຊີນກັບສະພາບອາກາດແປປວນເປັນເວລາ 17 ນາທີ, ແຕ່ນັກບິນ, ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງໄດ້ທຳການຄວບຄຸມຍົນ ແລະ ປ່ຽນເສັ້ນທາງບິນສຸກເສີນມາລົງຈອດທີ່ບາງກອກ, ປະເທດໄທ. ເຖິງຢ່າງໃດກໍຕາມ, ທາງສຳນັກງານສອບສວນຄວາມປອດໄພດ້ານການຂົນສົ່ງຂອງສິງກະໂປຍັງຈະສືບຕໍ່ສອບສວນເຫດການນີ້ຕໍ່ໄປ.

ຂ່າວ: BBC

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...