spot_img
Homeຂ່າວຕ່າງປະເທດອິນເດຍຍົກລະດັບເຕືອນໄພ! ອາກາດຮ້ອນສູງສຸດ 53 ອົງສາ 30 ກວ່າຄົນໄດ້ຮັບຜົນກະທົບ

ອິນເດຍຍົກລະດັບເຕືອນໄພ! ອາກາດຮ້ອນສູງສຸດ 53 ອົງສາ 30 ກວ່າຄົນໄດ້ຮັບຜົນກະທົບ

Published on

ວັນທີ 30 ພຶດສະພາ 2024 ສຳນັກຂ່າວເອເອັບພີລາຍງາຍ, ສຳນັກງານອຸຕຸນຸຍົມວິທະຍາອິນເດຍ (IMD) ຍົກລະດັບການເຕືອນໄພ ສະພາບອາກາດຮ້ອນເອົ້າ ເປັນລະດັບສີແດງໃນພື້ນທີ່ເດລາເຊິ່ງມີປະຊາກອນກວ່າ 30 ລ້ານຄົນທີ່ໄດ້ຮັບຜົນກະທົບ ຫຼັງອຸນຫະພູມສູງຮອດ 52.3 ອົງສາ ສູງສຸດເປັນປະຫວັດການຂອງປະເທດ ແລະ ສູງກວ່າສະຖິຕິເກົ່າທີ່ເຄີຍວັດແທກໄດ້ 51 ອົງສາໃນ ເມືອງພາໂລດີ ເຂດທະເລຊາຍທາ ລັດຣາຊສະຖານ ທາງຕອນເໜືອຂອງອິນເດຍເມື່ອ 8 ປີທີ່ແລ້ວ.

ຖືເປັນເລື່ອງປົກກະຕິທີ່ອິນເດຍຈະປະເຊີນກັບອາກາດຮ້ອນໃນຊ່ວງລະດູຮ້ອນ ແຕ່ຜົນວິໄຈຕະຫຼອດຫຼາຍປີທີ່ຜ່ານມາພົບວ່າການປ່ຽນແປງຂອງສະພາບອາກາດມີຜົນກະະທົບທີ່ດົນນານຕະຫຼອດ ແລະ ທະວີຄວາມຮຸນແຮງຫຼາຍຂຶ້ນ.

ສຳນັກງານອຸຕຸນິຍົມວິທະຍາໄດ້ລະບຸວ່າ: ອຸນຫະພູມສູງສຸດໄດ້ທຸບສະຖິຕິຂອງໂລກ ວັດແທນໄດ້ຈາກສະຖານີກວດສະພາບອາກາດໃນເຂດມຸງເກດປຸລະ ເຊິ່ງຢູ່ເມືອງກຸງນິວເດລີ ໃນເວລາ 15:15 ໂມງຂອງວັນທີ 29 ພຶດສະພາ 2024 ຕາມເວລາທ້ອງຖິ່ນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...