Homeຂ່າວຕ່າງປະເທດໄທກຽມເພີ່ມວີຊ່າໃຫ້ແກ່ນັກທ່ອງທ່ຽວຢູ່ພັກເຊົາໄດ້ເຖິງ 60 ວັນ

ໄທກຽມເພີ່ມວີຊ່າໃຫ້ແກ່ນັກທ່ອງທ່ຽວຢູ່ພັກເຊົາໄດ້ເຖິງ 60 ວັນ

Published on

ສຳນັກຂ່າວ ຖານເສດຖະກິດ ລາຍງານ: ໃນວັນທີ 28 ພຶດສະພາ 2024, ທ່ານ ໄຊ ວັດຊະລົງ ໂຄສົກປະຈຳສຳນັກງານລັດຖະມົນຕີແຫ່ງປະເທດໄທ ໄດ້ເປີດເຜີຍວ່າ: ກອງປະຊຸມຄະນະລັດຖະມົນຕີມີມະຕິເຫັນດີໃນຫຼັກການດຳເນີນມາດຕະການ ແລະ ແນວທາງການອຳນວຍຄວາມສະດວກ ເພື່ອກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງປະເທດໄທ 3 ໄລຍະກໍຄື: ໄລຍະສັ້ນ, ໄລຍະກາງ, ໄລຍະຍາວ.

ໃນນັ້ນ, ມາດຕະການໄລຍະສັ້ນ ແມ່ນຈະເລີ່ມປະຕິບັດ ໃນເດືອນມິຖຸນາ 2024 ເຊິ່ງປະກອບດ້ວຍ 5 ຂໍ້ ດັງນີ້:

1. ວີຊ່າຟຣີ ສາມາດເຂົ້າພັກເຊົາ ໃນປະເທດໄທບໍ່ເກີນ 60 ວັນ (ຜ.60) ເຊິ່ງແມ່ນປະເທດທີ່ໄດ້ຮັບສິດ (ຜ.30) ເກົ່າ ທັງໝົດ 57 ປະເທດ/ດິນແດນ ແລະ ເພີ່ມປະເທດທີ່ໄດ້ຮັບສິດ (ຜ.30) ໃໝ່ຈຳນວນ 36 ປະເທດ/ດິນແດນລວມເປັນທັງໝົດ 93 ປະເທດ. (ອ່ານລາຍລະອຽດປະເທດທີ່ສາມາດເດີນທາງເຂົ້າປະເທດໄທ)

2. ສຳລັບການໃຫ້ສິດ Visa on Arrival (VOA) ກໍຄື ການຂໍວີຊ່າຢູ່ທີ່ດ່ານກວດຄົນເຂົ້າເມືອງແມ່ນຍັງມີປົກກະຕິ ເຊິ່ງຈະໄດ້ປະຕິບັດຕາມກົດລະບຽບທີ່ໄດ້ກຳນົດ.

3.⁠ ເພີ່ມການກວດວີຊ່າປະເພດໃໝ່ Destination Thailand Visa (DTV) ສຳລັບຄົນຕ່າງດ້າວທີ່ມີທັກສະ ແລະ ການເຮັດວຽກທາງໄກ ເຊິ່ງສາມາດພຳນັກໃນປະເທດໄທເພື່ອເຮັດວຽກ ແລະ ທ່ອງທ່ຽວໄປພ້ອມກັນ ໂດຍມີນາຍຈ້າງ ແລະ ລູກຄ້າຢູ່ຕ່າງປະເທດ.

4. ການປັບປຸງສິດສຳລັບນັກສຶກສາຕ່າງຊາດທີ່ເຂົ້າຮຽນລະດັບປະລິນຍາຕີຂຶ້ນໄປທີ່ໄດ້ຮັບການກວດວີຊ່າ Non-Immigrant Visa ລະຫັດ ED ເຊິ່ງເປັນການອຳນວຍຄວາມສະດວກແກ່ນັກສຶກສາຕ່າງຊາດທີ່ກຳລັງສຶກສາ ຫຼື ກຳລັງຈະຈົບການສຶກສາໃນປະເທດໄທ ເພື່ອດຶງດູດຜູ້ທີ່ມີທັກສະເຂົ້າສູ່ຕະຫຼາດແຮງງານປະເທດໄທ.

5.⁠ ⁠ມີການແຕ່ງຕັ້ງຄະນະກຳມະການໂດຍກຳນົດນະໂຍບາຍການກວດວີຊ່າເພື່ອເປັນກົນໄກສຳຄັນໃນການກຳນົດນະໂຍບາຍການກວດວີຊ່າຂອງປະເທດໄທ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...