Homeຂ່າວພາຍ​ໃນມອບ-ຮັບ ໜ້າທີ່ຫົວໜ້າກົມຕຳຫຼວດຈະລາຈອນ

ມອບ-ຮັບ ໜ້າທີ່ຫົວໜ້າກົມຕຳຫຼວດຈະລາຈອນ

Published on

ໃນວັນທີ 23 ພຶດສະພາ 2024 ທີ່ຜ່ານມານີ້ ກົມຕໍາຫຼວດຈະລາຈອນ ໄດ້ຈັດພິທີມອບຮັບໜ້າທີ່ ຫົວໜ້າກົມຕຳຫຼວດຈະລາຈອນ ເປັນປະທານໂດຍ ພົຈວ ປອວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ-ຄະນະກົມ ແລະ ຫົວໜ້າພະແນກ-ຮອງພະແນກອ້ອມຂ້າງ ເຂົ້າຮ່ວມ.

ໃນພິທິມອບ-ຮັບ ພັທ ບຸນທັນ ຜາງທະວົງ ຫົວໜ້າພະແນກບໍລິຫານ-ສັງລວມ ແລະ ຈັດຕັ້ງ ຕາງໜ້າໃຫ້ ຫົວໜ້າກົມຕຳຫຼວດຈະລາຈອນ (ຜູ້ເກົ່າ) ຜ່ານບົດລາຍງານ ໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານ ໃນໄລຍະເວລາ 05 ປີ ທີ່ຜ່ານມາ: ໄດ້ຖືເອົາວຽກງານສຶກສາອົບຮົມນຳພາແນວຄິດໃຫ້ພະນັກງານ-ນັກລົບ ກຳລັງຕຳຫຼວດຈະລາຈອນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ຈັນຍາບັນ-ຈັນຍາທຳ ຂອງກຳລັງປ້ອງກັນຄວາມສະຫງົບ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຮອບດ້ານ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພໃນການສັນຈອນ.

ວຽກງານທີ່ພົ້ນເດັ່ນແມ່ນໄດ້ມີການປັບປຸງກົງຈັກການຈັດຕັ້ງພາຍໃນກົມຕໍາຫຼວດຈະລາຈອນ ໄດ້ສະເໜີຂັ້ນເທິງຍຸບ 01 ພະແນກ ແລະ ສ້າງຕັ້ງໃໝ່ອີກ 01 ພະແນກ, ໃນນັ້ນສະເພາະຢູ່ທ້ອງຖິ່ນ ໃນທົ່ວປະເທດໄດ້ສະເໜີຂັ້ນເທິງ ປັບປຸງພະແນກຕຳຫຼວດຈະລາຈອນ ແລະ ມອດໄຟ ມາເປັນພະແນກຕຳຫຼວດຈະລາຈອນແຂວງ-ນະຄອນຫຼວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ໃນທ້າຍກອງພິທີ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ເປັນກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຫົວໜ້າກົມຕຳຫຼວດຈະລາຈອນ ຜູ້ໃໝ່ ສືບຕໍ່ເຮັດວຽກງານສຶກສາອົບຮົມແນວຄິດໃຫ້ ພະນັກງານ-ນັກລົບ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ມີຜົນສຳເລັດ, ປັບປຸງແບບແຜນວິທີເຮັດວຽກໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ ເພື່ອພ້ອມກັນພັດທະນາກຳລັງຕຳຫຼວດຈະລາຈອນ ໃຫ້ກ້າວໜ້າ ມີໃບໜ້າໃໝ່ ທັນຕໍ່ຄວາມຮຽກຮ້ອງຕ້ອງການໃນຍຸກປະຈຸບັນ.

ແຫຼ່ງຂ່າວ: ກົມຕຳຫຼວດຈະລາຈອນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...