spot_img
Homeຂ່າວເຫດການເຈົ້າໜ້າທີ່ຈັບນາຍໜ້າ 3 ຄົນຕົວະຍິງສາວລາວໄປຂາຍໃຫ້ຄົນຈີນ

ເຈົ້າໜ້າທີ່ຈັບນາຍໜ້າ 3 ຄົນຕົວະຍິງສາວລາວໄປຂາຍໃຫ້ຄົນຈີນ

Published on

ໃນວັນທີ 22  ເມສາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງໄດ້ຮັບແຈ້ງຄວາມຈາກຜູ້ປົກຄອງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຢູ່ບ້ານຈອມສີ ເມືອງຄຳ ແຂວງຊຽງຂວາງວ່າ: ມີກຸ່ມແກ້ງຢູ່ບ້ານດຽວກັນເຄື່ອນໄຫວຕົວະຍົວະເອົາຍິງສາວເພື່ອເອາໄປເປັນເມຍຄົນຈີນ ພາຍຫຼັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງກວດກາ-ເກັບກຳຂໍ້ມູນຢ່າງລະອຽດ ຜ່ານການເກັບກຳຂໍ້ມູນຈຶ່ງໄດ້ຊອກຮູ້ ແລະ ກັກຕົວນາຍໜ້າທີ່ເຄື່ອນໄຫວຕົວະຍົວະເອົາຍິງສາວໄປຂາຍໃຫ້ຄົນຈີນໄດ້ຈຳນວນ 3 ຄົນຄື: ນາງ ໄມ ອາຍຸ 33 ປີ, ນາງ ທອງ ອາຍຸ 54 ປີ ແລະ ນາງ ພອນ ອາຍຸ 39 ປີ ທັງ 3  ແມ່ນ ປະຊາຊົນຢູ່ບ້ານຈອມສີ ເມືອງຄຳ ແຂວງຊຽງຂວາງ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວຕົວະຍົວະເອົາຍິງສາວຢູ່ບ້ານດຽວກັນໄປເປັນເມຍຄົນຈີນແທ້ ເຊິ່ງໄດ້ເຄື່ອນໄຫວຕັ້ງແຕ່ປີ 2016 ເປັນຕົ້ນມາ ໂດຍມີຜູ້ຖືກເຄາະຮ້າຍຈຳນວນຫຼາຍເຊິ່ງຍິງສາວທີ່ຖືກຕົວະຢູ່ໃນລະຫວ່າງອາຍຸ 18-20 ປີ ຜູ້ກ່ຽວດັ່ງກ່າວນີ້ແມ່ນເປັນນາຍໜ້າໃຫ້ກັບຄົນຈີນທີ່ຢູ່ແຂວງຫຼວງນ້ຳທາ ໂດຍໃຫ້ອຸບາຍຕໍ່ຜູ້ປົກຄອງຂອງຜູ້ເສຍຫາຍວ່າ: ມີຄົນຈີນທີ່ເປັນຄົນໂສດ ແລະ ມີເງິນຫຼາຍ ຢາກໄດ້ເມຍເປັນຄົນລາວ ຖ້າຫາກຜູ້ໃດຕົກລົງແຕ່ງງານກັບບຸກຄົນດັ່ງກ່າວແມ່ນຈະໄດ້ຮັບຄ່າດອງຈຳນວນ 150 ລ້ານກີບ ຫຼັງຈາກຕົວະໄດ້ແລ້ວແມ່ນໄດ້ໄປສົ່ງໃຫ້ຄົນຈີນຢູ່ຊາຍແດນ ບໍໍ່ຫານ-ບໍ່ເຕັນ ແຂວງຫຼວງນ້ຳທາ ເພື່ອຂ້າມໄປປະເທດຈີນ.

ຕາມການລາຍງານຂອງຜູ້ກ່ຽວໄດ້ລະບຸວ່າ: ຍິງສາວໄດ້ຖືກຕົວະຍົວະມາຫຼາຍຄົນແລ້ວ ໂດຍຈຳນວນໜຶ່ງແມ່ນຍັງຢູ່ລາວ ແລະ ອີກຈຳນວນນຶ່ງແມ່ນຂ້າມໄປປະເທດຈີນ ຜູ້ກ່ຽວຍັງຮັບສາລະພາບອີກວ່າ: ການເປັນນາຍໜ້າຈະໄດ້ຮັບເງິນ 20-35 ລ້ານກີບຕໍ່ຄົນ/ຄັ້ງ ການກະທຳດັ່ງກ່າວນີ້ເຫັນວ່າມີເຈດຕະນາຕິດຕໍ່ເອົາຍິງສາວຄົນລາວໃຫ້ເອົາຜົວຄົນຈີນໂດຍ ຊອກຫາຂົນສົ່ງ ຫຼື ນຳສົ່ງ ແລະ ບໍ່ມີເອກະສານ ໂດຍໄດ້ຮັບຄ່າຕອບແທນ ເຊິ່ງເປັນການກະທຳຜິດຖານການຄ້າມະນຸດ ມາດຕາ 215 ຂອງປະມວນກົດໝາຍອາຍາ ສະບັບປັບປຸງປີ 2017 ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ນຳຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ຍັງຈະຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການນຳກັນມາດຳເນີນຄະດີ ພ້ອມທັງຊອກຫາຊ່ອງທາງຊ່ວຍເຫຼືອຜູ້ຖືກເຄາະຮ້າຍທີ່ຍັງຢູ່ປະເທດຈີນກັບມາບ້ານເກີດເມືອງນອນ ດັ່ງນັ້ນຈຶ່ງຝາກໃຫ້ພໍ່ແມ່ປະຊາຊົນ ຊາວໜຸ່ມຍິງສາວໃຫ້ມີສະຕິລະມັດລະວັງຕົວບໍ່ໃຫ້ຫຼົງເຊື່ອກົນອຸບາຍຂອງກຸ່ມຄົນບໍ່ຫວັງດີທີ່ມາຕົວະຍົວະຫຼອກຫຼວງຢ່າງເດັດຂາດ ຖ້າຫາກພົບເຫັນນາຍໜ້າມາເຄື່ອນໄຫວຕົວະຍົວະຫຼອກຫຼວງຢູ່ພາຍໃນບ້ານໃຫ້ລາຍງານຕໍ່ເຈົ້າໜ້າທີ່ໂດຍຮີບດ່ວນ ເພື່ອຊອກຫາວິທີແກ້ໄຂໃຫ້ທ່ວງທັນຕໍ່ເວລາ.

ແຫຼ່ງຂ່າວ: ປກສ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...