Homeຂ່າວການຮ່ວມມືລັດຖະມົນຕີ ຖທວ ຮ່ວມເປີດງານບຸນລາບປະຈຳປີ 2024 ທີ່ນະຄອນຫຼວງໂຕກຽວ

ລັດຖະມົນຕີ ຖທວ ຮ່ວມເປີດງານບຸນລາບປະຈຳປີ 2024 ທີ່ນະຄອນຫຼວງໂຕກຽວ

Published on

ໃນວັນທີ 25 ພຶດສະພາ 2024 ທີ່ຜ່ານມາ, ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນໄດ້ຈັດງານບຸນລາວ ຄັ້ງທີ 12 ປະຈໍາປີ 2024 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ຊື້ຈິຍະ ຊິນາໂກະ (TSUCHIYA Shinako), ລັດຖະມີຕີກະຊວງ ໂຍທາທິການຍີ່ປຸ່ນ, ທັງເປັນປະທານສະມາຄົມມິດຕະພາບ ລັດຖະສະພາຍີ່ປຸ່ນ-ລາວ, ທ່ານ ນາງ ຟອງສະໝຸດ ອັນລາວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ພ້ອມດ້ວຍແຂກຖືກເຊີນ ແລະ ນັກທ່ອງທ່ຽວເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຂຶ້ນມີຄໍາເຫັນ, ທ່ານໄດ້ຕີລາລາຄາສູງຕໍ່ການຈັດງານບຸນລາວທີ່ໄດ້ຈັດຕັ້ງປະຕິບັດມາເປັນ 12 ຄັ້ງແລ້ວ ຊຶ່ງເປັນບຸນເທສະການປະຈໍາປີໃນການເຜີຍແຜ່ທາງດ້ານວັດທະນະທໍາຂອງລາວໃຫ້ຊາວຍີ່ປຸ່ນໄດ້ ຮັບຮູ້ຢ່າງກວ້າງຂວາງ ໂດຍສະເພາະແມ່ນຊາວນະຄອນຫຼວງໂຕກຽວ, ທັງເປັນກິດຈະກຳໜຶ່ງ ທີ່ປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ຍີ່ປຸ່ນ ກໍ່ຄືການເປັນຄູ່ຮ່ວມມືດ້ານຍຸດທະສາດທີ່ມີຄວາມສະໜິດແໜ້ນ, ພ້ອມທັງສ້າງຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດລາວ-ຍີ່ປຸ່ນ ໂດຍຜ່ານການສະແດງສິລະປະວັດທະນະທຳ ດ້ວຍຫຼາຍຮູບແບບທີ່ໜ້າຊື່ນຊົມ ສົມກັບວ່າ ສປປ ລາວ ແລະ ຍີ່ປຸ່ນ ມີສາຍພົວພັນມິດຕະພາບຢ່າງສະໜິດແໜ້ນ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ. ໃນປີ 2025 ທີ່ຈະມາເຖິງນີ້ ຈະເປັນປີໜຶ່ງທີ່ສໍາຄັນທີ່ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ຈະພ້ອມກັນສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດລາວ-ຍີ່ປຸ່ນ ຄົບຮອບ 70 ປີ (05 ມີນາ 1955 -05 ມີນາ 2025) ແລະ 10 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດອີກດ້ວຍ.

ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນໃນປີ 2023 ຜ່ານມາ, ມີນັກທ່ອງທ່ຽວຍີ່ປຸ່ນເດີນທາງໄປທ່ຽວ ສປປ ລາວ ຈໍານວນ 24.824 ເທື່ອຄົນ. ສະເພາະປີ 2024 ຊຶ່ງເປັນປີທ່ອງທ່ຽວລາວ ພາຍໃຕ້ຄໍາຂັວນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ສປປ ລາວ ໄດ້ສ້າງກິດຈະກຳ ແລະ ຂະບວນການສົ່ງເສີມການທ່ອງທ່ຽວໃນຂອບເຂດທົ່ວປະເທດເຮັດໃຫ້ຈໍານວນນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ. ໃນນີ້ ສະເພາະ3 ເດືອນຕົ້ນປີ 2024 ຈໍານວນນັກທ່ອງທ່ຽວຍີ່ປຸ່ນເຂົ້າ ໄປທ່ອງທ່ຽວ ສປປ ລາວ ຈໍານວນ 9.381 ເທື່ອຄົນ ຖ້າທຽບໃສ່ໃນໄລຍະດຽວກັນຂອງປີ 2023 ມີຈໍານວນນັກທ່ອງທ່ຽວ 6.044 ເທື່ອຄົນ, ຄິດເປັນສ່ວນຮ້ອຍເທົ່າກັບ 5 ສ່ວນຮ້ອຍ.

ໃນໂອກາດເປີດງານບຸນລາວ ຄັ້ງທີ 12 ປະຈໍາປີ 2024 ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກນັກສະແດງແຫ່ງຊາດລາວ ແລະ ຊິມອາຫານທີ່ເປັນເອກະລັກຂອງ ສປປ ລາວ ຢ່າງແຊບຊ້ອຍ ແລະ ເບີກບານມ່ວນຊື່ນໄປພ້ອມໆກັນ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...