spot_img
Homeຂ່າວການຊ່ວຍເຫຼືອຂໍຂອບໃນ ອາເມລິກາ ມອບມຸ້ງ ແລະ ຢາຕ້ານພະຍາດມາລາເລຍ ໃຫ້ແກ່ສປປ ລາວ

ຂໍຂອບໃນ ອາເມລິກາ ມອບມຸ້ງ ແລະ ຢາຕ້ານພະຍາດມາລາເລຍ ໃຫ້ແກ່ສປປ ລາວ

Published on

ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼຶ USAID ໄດ້ມອບມຸ້ງເຄືອບຢາ ຈໍານວນ 30,000 ດາງ ແລະ ຢາຕ້ານພະຍາດມາລາເລຍ 150,000 ເມັດ ລວມມູນຄ່າ 75,000 ໂດລາສະຫະລັດ ກະຊວງສາທາລະນະສຸກ.

ທ່ານ ເຄວິນ ສະມິດ, ຮັກສາການຜູ້ຕາງໜ້າອົງການ USAID, ໄດ້ມອບອຸປະກອນດັ່ງກ່າວໃຫ້ແກ່ ທ່ານ ດຣ. ພອນປະດິດ ຊ່າງໄຊຍະລາດ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ມິຖຸນາ ທີ່ຜ່ານມາ. ການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID ໂດຍຜ່ານ ໂຄງການລິເລີ່ມມາເລເລຍຂອງປະທານາທິບໍດີສະຫະລັດອາເມລິກາ ຫຼື President’s Malaria Initiative (USAID/PMI). ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກ, ໂດຍສະເພາະແມ່ນບ່ອນທີ່ຍັງພົບຜູ້ຕິດເຊື້ອມາເລເລຍສູງ. ຢາຕ້ານມະລາເລຍແມ່ນຈະຖືກແຈກຢາກໄປຕາມໂຮງໝໍຕ່າງໆ.

ໂດຍການສະໜັບສະໜູນຈາກ ສ. ອາເມລິກາ, ອຸປະກອນເຫຼົ່ານີ້ຈະປະກອບສ່ວນໃຫ້ແກ່ໂຄງການຂອງກະຊວງສາທານະສຸກ ເພື່ອຮັບມືກັບພະຍາດມາລາເລຍ ແລະ ເພື່ອການລົບລ້າງການແຜ່ລະບາດຂອງພະຍາດມາລາເລຍພາຍໃນປີ 2030.
ທ່ານ ດຣ. ເຄວິນ ກ່າວວ່າ: ການສະໜັບສະໜູນທາງດ້ານສາທາລະນະສຸກຂອງພວກເຮົາແມ່ນສ່ວນສຳຄັນພາຍໃຕ້ກອບການຮ່ວມມືແບບກວມລວມລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ. ສ. ອາເມລິກາ ຮູ້ສຶກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບລັດຖະບານສປປລາວ ແລະ ຄູ່ຮ່ວມມືວຽກງານສາທະລະນະສຸກ ໂດຍການປະກອບສ່ວນອຸປະກອນຮັກສາຊີວິດ ເພື່ອລົບລ້າງການແຜ່ລະບາດຂອງມາລາເລຍພາບໃນປີ 2030.

ພິທີມອບຮັບໃນຄັ້ງນີ້ ແມ່ນພຽງນຶ່ງໃນບັນດາຕົວຢ່າງການຊ່ວຍເຫຼືອລ້າຂອງສະຫະລັດອາເມລິກາໃຫ້ແກ່ລັດຖະບານລາວ ໃນການ ຮັບມືກັບບັນດາພະຍາດມາລາເລຍ. ໃນໄລຍະ 12ປີ ທີ່ຜ່ານ ອົງການ USAID ໃຫ້ການຊ່ວຍເຫຼືອທາງວິຊາການ, ອຸປະກອນການແພດ ແລະ ໄດ້ມອບມຸ້ງເຄືອບຢາ ທັງໝົດ ຫຼາຍກ່ວາ 1,000,000 ດາງ, ຊຸດບົ່ງມະຕິພະຍາດຂັ້ນພື້ນຖານ ເກືອບ 1ລ້ານ ຊຸດ ແລະ ຢາຕ້ານມາເລເລຍ ລວມມູນຄ່າທັງໝົດ ປະມານ 5.4 ລ້ານໂດລາສະຫະລັດ.

ການສະໜັບສະໜູນວຽກງານພັດທະນາຂອງອົງການ USAID ໄດ້ຈັດຕັ້ງປະຕິບັດມາເປັນເວລາຫຼາຍກ່ວາ 1 ທົດສະວັດ. ການບໍລິຈາກແມ່ນນຶ່ງໃນເປົ້າໝາຍຂອງອົງການ USAID ໃນການປັບປຸງຂົງເຂດສາທາລະນະສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ນອກຈາກນີ້, ອົງການ USAID ຍັງໄດ້ຮ່ວມມືກັບສປປລາວໃນການຮັບມືກັບພະຍາດລະບາດ, ປັບປຸງວຽກງານແມ່ ແລະ ເດັກ ແລະ ໂພຊະນາການ ລວມໄປເຖິງການສະໜັບສະໜູນໃຫ້ແກ່ຜູ້ທີ່ມີຄວາມພິການສາມາດດຳລົງຊີວິດເຕັມສັກກະຍະພາບ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...