Homeຂ່າວພາຍ​ໃນກໍ່ສ້າງຕາຝັ່ງເຈື່ອນ 2 ບ້ານ ໃນແຂວງຄຳມ່ວນ

ກໍ່ສ້າງຕາຝັ່ງເຈື່ອນ 2 ບ້ານ ໃນແຂວງຄຳມ່ວນ

Published on

ວັນທີ 20 ພຶດສະພາ ທີ່ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມແມ່ນໍ້າຂອງ ຢູ່ບ້ານດົງກາງ, ເມືອງຫີນບູນ, ແຂວງຄຳມ່ວນ, ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 1 ເມສາ ທີ່ຜ່ານມາ, ມີຄວາມຍາວ 220 ແມັດ. ມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 95% ແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນທ້າຍເດືອນພຶດສະພາ ລວມມູນຄ່າການກໍ່ສ້າງທັງໝົດ 13,1 ຕື້ກວ່າກີບ.

May be an image of 7 people

ທ່ານເຈົ້າແຂວງຄໍາມ່ວນ ໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ມີການກຳນົດເອົາຂອບເຂດແຄມແມ່ນໍ້າຂອງ ຈຸດບໍລິເວນໜ້າກັນເຈື່ອນ, ເພື່ອກຳນົດເປັນເຂດດິນສາທາລະນະ ໂດຍອີງຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ພ້ອມທັງປັບປຸງ, ປູກຕົ້ນໄມ້, ປູກຫຍ້າ ແລະ ອື່ນໆ, ເພື່ອໃຫ້ມີຄວາມສະອາດ, ງາມຕາ ແລະ ໃຫ້ອົງການປົກຄອງບ້ານແນະນຳປະຊາຊົນ ໃຫ້ມີການປົກປັກຮັກສາ ເປັນຊັບສົມບັດອັນລວມຂອງບ້ານ ແລະ ມີການຈັດສັນໃຫ້ເປັນລະບຽບຮຽບຮ້ອຍ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...