Homeຂ່າວພາຍ​ໃນກັກຕົວກຸ່ມມົ້ວສຸມຢາເສບຕິດ 20 ຄົນ

ກັກຕົວກຸ່ມມົ້ວສຸມຢາເສບຕິດ 20 ຄົນ

Published on

ວັນທີ 20 ພຶດສະພາ ຜ່ານມາ, ເຈົ້າໜ້າທີ່ພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຈຳປາສັກ ສຶກສາອົບຮົມກຸ່ມມົ້ວສຸມເສບຢາເສບຕິດ ຈຳນວນ 20 ຄົນ, ໂດຍມີ ທ່ານ ພັທ ກົງພະລີ ແກ້ວວໍລະຈັກ ຮອງຫົວໜ້າພະແນກຄຸ້ມຄອງນັກໂທດ-ຜູ້ຖືກຫາຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຈຳປາສັກ, ທ່ານ ພັທ ໄຊຊະນະ ອິນທະວົງສາ ຮອງພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ພ້ອມຄະນະ ແລະ ກຸ່ມມົ້ວສຸມຢາເສບຕິດ ເຂົ້າຮ່ວມ.

อาจเป็นรูปภาพของ 3 คน และ ข้อความ

ເອກະສານທີ່ນຳມາສຶກສາອົບຮົມໃນຄັ້ງນີ້, ມີເອກະສານສິດ ແລະ ພັນທະຂອງພົນ ລະ ເມືອງລາວ, ເອກະສານປາກົດການຫຍໍ້ທໍ້ທີ່ ເກີດຂຶ້ນຢູ່ໃນສັງຄົມລາວ, ຜົນຮ້າຍຂອງຢາເສບຕິດ, ປະມວນ ກົດໝາຍເລກທີ 315 ເລກທີ 319 ແລະ ເລກທີ 321 ແລະ ເອກະສານກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ.

อาจเป็นรูปภาพของ 7 คน

ຈຸດປະສົງ, ເພື່ອແນໃສ່ໃຫ້ກຸ່ມເປົ້າໝາຍດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ຈຳແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...