Homeຂ່າວຕ່າງປະເທດເຮລີຄອບເຕີປະທານນາທິບໍດີອີຣ່ານ ຕົກກາງປ່າ

ເຮລີຄອບເຕີປະທານນາທິບໍດີອີຣ່ານ ຕົກກາງປ່າ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເວລາປະມານ 9 ໂມງແລງຂອງວັນທີ 19 ພຶດສະພາ ທີ່ຜ່ານມາ, ເກີດເຫດຍົນເຮລີຄອບເຕີຂອງປະທານນາທິບໍດີ ອີຣ່ານ ຕົກລົງທ່າມກາງປ່າ ແລະ ຫຸບເຂົາ, ເຊິ່ງຍົນລຳດັ່ງກ່າວປະສົບອຸບັດຕິເຫດໃນລະຫວ່າງການເດີນທາງຈາກຊາຍແດນອາເຊີບາຍຈານ ມຸ່ງໜ້າໄປຍັງເມືອງຕາບິຊ (Tabriz) ທາງຕາເວັນຕົກສ່ຽງເໜືອ.

Raisi takes off

ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພກຳລັງພະຍາມເຂົ້າຄົ້ນຫາໃນຈຸດເກີດເຫດ, ແຕ່ຂ້ອນຂ້າງມີອຸປະສັກທາງດ້ານສະພາບອາກາດຝົນຕົກໜັກ ແລະ ໝອກໜາ, ວິໄສທັດໃນການເບິ່ງເຫັນໄດ້ໃນໄລຍະ 5 ແມັດເທົ່ານັ້ນ. ປະຊາຊົນຊາວອີຣ່ານຕ່າງກໍຮ່ວມກັນສວດມົນພາວະນາໃຫ້ປະທານນາທິບໍດີປອດໄພ.

ຂ່າວ: BBC

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...