spot_img
Homeຂ່າວພາຍ​ໃນຂະບວນການສັກວັກຊີນກັນໝາກແດງໃຫຍ່-ໝາກແດງນ້ອຍ

ຂະບວນການສັກວັກຊີນກັນໝາກແດງໃຫຍ່-ໝາກແດງນ້ອຍ

Published on

ວັນທີ 17 ພຶດສະພາ 2024, ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ເລີ່ມຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງການ ທີ່ ສູນການຄ້າວຽງຈັນເຊັນເຕີ້ ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການ ຢູນິເຊບ ປະຈຳລາວ, ອຸປະທູດ ອົດສະຕາລີ່ ປະຈຳລາວ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 3 คน และ แท่นบรรยาย

ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ພະຍາດໝາກແດງນ້ອຍ ແລະ ໝາກແດງໃຫ່ຍ ເປັນພະຍາດຕິດເຊຶ້ອທີ່ເກີດຈາກໄວຣັສ ທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການເສຍຊີວິດໃນເດັກນ້ອຍສູງ, ພະຍາດໝາກແດງທັງສອງຊະນິດນີ້ ເປັນສາເຫດສຳຄັນຂອງການເສຍຊີວິດຂອງເດັກນ້ອຍໃນທົ່ວໂລກ ເຖິງວ່າເປັນພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນກໍຕາມ ເຊິ່ງມີລາຍງານໃຫ້ຮູ້ວ່າໃນປະເທດທີ່ກໍາລັງພັດທະນາ, ອັດຕາການເສຍຊີວິດຂອງເດັກນ້ອຍອາດສູງເຖິງ 5 – 10%.

อาจเป็นรูปภาพของ 11 คน, ผู้คนกำลังฝึกศิลปะการป้องกันตัว, โรงพยาบาล และ ข้อความ

ໃນຊຸມປີຜ່ານມາອັດຕາປົກຄຸມການສັກວັກຊີນໝາກແດງ ໃນຫຼາຍພື້ນທີ່ທົ່ວໂລກ ແມ່ນຫຼຸດລົງ, ຈຳນວນກໍລະນີທີ່ຕິດເຊື້ອໝາກແດງໃຫ່ຍໃນປີ 2022 ເພີ່ມຂຶ້ນ 18% ແລະ ເສຍຊີວິດ 43% ທົ່ວໂລກ (ທຽບໃສ່ປີ 2021), ເຮັດໃຫ້ຈຳນວນກໍລະນີທີ່ຕິດເຊື້ອໝາກແດງໃຫ່ຍ ສະເລ່ຍ 9 ລ້ານຄົນ ແລະ ເສຍຊີວິດ 136,000 ຄົນ, ສ່ວນໃຫຍ່ແມ່ນໃນກຸ່ມເດັກນ້ອຍ, ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນສາມາດເຮັດໃຫ້ເກີດອາການສົນ ຫຼື ເຮັດໃຫ້ເສຍຊີວິດໄດ້.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...