Homeຂ່າວພາຍ​ໃນຊີ້ແຈງບັນຫາໄຟຟ້າ ເກີດຈາກຫຼາຍປັດໄຈ

ຊີ້ແຈງບັນຫາໄຟຟ້າ ເກີດຈາກຫຼາຍປັດໄຈ

Published on

ວັນທີ 13 ພຶດສະພາທີ່ຜ່ານມາ, ທ່ານ ເພັດສະໝອນ ວັນທາ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ 2 ໄດ້ຊີ້ແຈງຜ່ານສື່ມວນຊົນ ວ່າ: ຕໍ່ບັນຫາດັ່ງກ່າວ, ລັດວິສາຫະກິດໄຟຟ້າ ສາຂານະຄອນຫຼວງ 2 ມີແຜນການເຄື່ອນໄຫວສ້ອມແປງ, ປ່ຽນຖ່າຍ ແລະ ເສີມບັນດາອຸປະກອນຕ່າງໆ ຂອງລະບົບຈຳໜ່າຍ ໂດຍປະຕິບັດຕາມລຳດັບ ຂອງການສະເໜີ ທີ່ສະເໜີເຂົ້າມາຂອງອົງການປົກຄອງບ້ານຕ່າງໆ ແຕ່ກະຍັງບໍ່ທັນທົ່ວເຖິງເນື່ອງຈາກງົບປະມານຂອງໄຟຟ້າລາວມີຈຳກັດ.

อาจเป็นรูปภาพของ 1 คน และ ข้อความ

ມາຮອດປັດຈຸບັນ, ໄຟຟ້າລາວ ສາມາດສະໜອງໄຟຟ້າຮັບໃຊ້ພຽງພໍ, ແຕ່ຍ້ອນການຊົມໃຊ້ພະລັງງານໄຟຟ້າບາງຈຸດທີ່ຍັງຜິດປົກກະຕິ ຈຶ່ງເກີດມີສະພາບໄຟຟ້າບໍ່ພຽງພໍບາງເຂດນັ້ນ, ເກີດຈາກການການນຳໃຊ້ພະລັງງານໄຟຟ້າບັນທຸກໂຫຼດໝໍ້ແປງເກີນບໍ່ສາມາດຈ່າຍໄຟໄດ້ພຽງພໍ, ເນື່ອງຈາກອາກາດຮ້ອນອົບເອົ້າ, ການຊົມໃຊ້ໄຟຟ້າເພີ່ມຂຶ້ນຢ່າງກ້າວກະໂດດ, ທາງໄຟຟ້າລາວບໍ່ສາມາດແກ້ໄຂປັບປຸງໄດ້ຢ່າງທັນການ, ເມື່ອມີການຊົມໃຊ້ໄຟຫລາຍກໍເຮັດໃຫ້ອຸປະກອນພາກສາຍສົ່ງ ແລະ ພາກຈຳໜ່າຍເກີດຄວາມເສຍຫາຍ ແລະ ເກີດອຸບັດເຫດໄຟຟ້າ ເຊັ່ນ: ໝໍ້ແປງໄໝ້ ຫລື ເປເພ່ ສາຍໄຟເປື່ອຍເກີດຊ໋ອດລັດວົງຈອນ ແລະ ອື່ນໆ.

อาจเป็นรูปภาพของ 6 คน

ທ່ານຍັງກ່າວອີກວ່າ: ຝາກເຕືອນມາຍັງພໍ່ແມ່ປະຊາຊົນກໍຄື: ຜູ້ຊົມໃຊ້ໄຟຟ້າ ຈົ່ງມີສະຕິໃນການຊົມໃຊ້ໄຟຟ້າ, ໃຫ້ໝັ່ນກວດກາ ແລະ ປ່ຽນຖ່າຍເຄື່ອງໃຊ້ໄຟຟ້າ, ສາຍໄຟທີ່ເກົ່າແກ່ ຫລື ໃຊ້ມາດົນແລ້ວອອກ ພ້ອມຊົມໃຊ້ພະລັງງານໄຟຟ້າແຕ່ສະເພາະສິ່ງທີ່ຈຳເປັນ ເພື່ອເປັນການຊ່ວຍກັນຫຼຸດຜ່ອນການໂຫຼດພະລັງງານໄຟຟ້າ. ພ້ອມນີ້, ຖ້າຫາກຜູ້ຊົມໃຊ້ໄຟຟ້າຫາກພົບເຫັນອຸບັດເຫດດ້ານໄຟຟ້າ ສາມາດແຈ້ງສາຍດ່ວນໄຟຟ້າລາວ ໝາຍເລກ 1199 ຕະຫຼອດ 24 ຊົ່ວໂມງ ຫຼື ສູນບໍລິການໄຟຟ້າໃກ້ບ້ານ, ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງທ່ານ.

ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ
ຂ່າວ: ສົມຫວັງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...