spot_img
Homeຂ່າວພາຍ​ໃນກັກຕົວສອງຜົວເມຍ ພ້ອມຢາບ້າ 4,000 ເມັດ

ກັກຕົວສອງຜົວເມຍ ພ້ອມຢາບ້າ 4,000 ເມັດ

Published on

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງວຽງໄຊ, ແຂວງຫົວພັນ ກັກຕົວ ສອງຜົວເມຍ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 20 ຖົງ ເທົ່າກັບ 4.000 ເມັດ ແລະ ເຮໂຮອິນ 9 ກ້ອນນ້ອຍ ມາດຳເນີນຄະດີ.

อาจเป็นรูปภาพของ 2 คน และ ข้อความ

ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໃຫ້ຮູ້ວ່າ: ໃນວັນທີ 2 ພຶດສະພາ 2024, ກອງບັນຊາການ ປກສ ເມືອງວຽງໄຊ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ຈະລາຈອນ ລົງເຮັດວຽກວິຊາສະເພາະຢູ່ຈຸດ 3 ແຍກຫ້ວຍໄຄ້ ບ້ານສຳພັນໄຊ, ເມືອງວຽງໄຊ ກຳນົດເວລາ 3 ວັນ ເພື່ອກວດກາເອກະສານລົດ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ, ຮອດເວລາ 16 ໂມງ ຂອງວັນທີ 4 ພຶດສະພາ 2024 ໄດ້ພົບເຫັນ ຜູ້ຂັບຂີ່ລົດຈັກ ຍີ່ຫໍ້ເວບ 100 ສີຟ້າດຳ ບໍ່ຕິດປ້າຍທະບຽນ ມາແຕ່ເສັ້ນທາງບ້ານຫາງລ້ອງ ຫາ ບ້ານສຳພັນໄຊ ພໍມາຮອດຈຸດກວດກາຂອງເຈົ້າໜ້າທີ ປກສ ເມືອງວຽງໄຊ ຈຶ່ງໄດ້ລັດລົດຈັກຄັນດັ່ງກ່າວເພື່ອກວດກາເອກະສານຕາມລະບຽບ, ແຕ່ພາຍຫຼັງຈອດລົດ ຜູ້ເປັນເມຍທີ່ຊ້ອນທ້າຍມານັ້ນ ໄດ້ລົງຈາກລົດຈັກ ແລ້ວຍ່າງອອກຈາກຈຸດກວດຂອງເຈົ້າໜ້າທີ່ ເຊິ່ງໄດ້ມີພິລຸດຜິດປົກກະຕິ; ດັ່ງນັ້ນ. ເຈົ້າໜ້າທີ່ ຈຶ່ງໄດ້ຂໍອະນຸຍາດກວດຄົ້ນ ຈຶ່ງໄດ້ພົບເຫັນຢາເສບຕິດດັ່ງກ່າວທີ່ຊຸກເຊື່ອງໄວ້ໃນເຊິ່ງຫຸ້ມຫໍ່ດ້ວຍສີ້ນຢູ່ໃນເປົ໊າຂອງຜູ້ກ່ຽວ.

อาจเป็นรูปภาพของ โทรศัพท์ และ ข้อความ

ຜ່ານການສືບສວນ-ສອບສວນຂັ້ນເບື້ອງຕົ້ນຂອງເຈົ້າໜ້າທີ່ ຈຶ່ງໄດ້ຮູ້ວ່າ ຜູ້ຖືກຫາຊື່ ທ້າວ ເຮີຈ່າງ ອາຍຸ 51ປີ ແລະ ນາງ ເກ່ຍເຮີ ອາຍຸ 44 ປີ ທັງສອງຄົນເປັນຜົວເມຍກັນ ຢູ່ບ້ານຫົວຄັງ, ເມືອງຊຳເໜືອ, ແຂວງຫົວພັນ; ຕໍ່ກັບພວກກ່ຽວທັງສອງ ພ້ອມດ້ວຍຂອງກາງຢາເສບຕິດ , ທາງເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ນຳສົ່ງໃຫ້ພະແນກສະກັດກັ້ນ – ຕ້ານຢາເສບຕິດ ປກສ ແຂວງຫົວພັນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...