spot_img
Homeຂ່າວພາຍ​ໃນສຶກສາອົບຮົມ ກຸ່ມຄົນລັກລອບຂຸດຄົ້ນແຮ່ຄໍາ

ສຶກສາອົບຮົມ ກຸ່ມຄົນລັກລອບຂຸດຄົ້ນແຮ່ຄໍາ

Published on

ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບແກ້ໄຂການລັກຂຸດຄົ້ນແຮ່ທາດ ແຂວງໄຊສົມບູນ ໄດ້ສຶກສາອົບຮົມ, ເຮັດບົດບັນທຶກກ່າວເຕືອນ ແລະ ປ່ອຍຕົວ ກຸ່ມຄົນລັກລອບຂຸດຄົ້ນແຮ່ຄໍາແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດຍອດນໍ້າເວ້, ບ້ານນໍ້າຍອນ,ເມືອງອະນຸວົງ , ແຂວງໄຊສົມບູນ.

May be an image of 11 people, people studying and text

ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າ ປກສ ແຂວງໄຊສົມບູນ, ຄະນະຊີ້ນຳລວມແກ້ໄຂການລັກຂຸດຄົ້ນແຮ່ທາດແຂວງໄຊສົມບູນ ໄດ້ກ່າວສຶກສາອົບຮົມ ກຸ່ມຄົນກະທໍາຜິດວ່າ: ການລັກລອບຂຸດຄົ້ນແຮ່ຄໍາແບບບໍ່ຖືກຕ້ອງຕາມກົດໝາຍ ແມ່ນສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ, ສ້າງຄວາມສິ້ນເປືອງທາງດ້ານງົບປະມານໃນການແກ້ໄຂວຽກງານ, ພ້ອມທັງໄດ້ຍົກເອົາກົດໝາຍຕ່າງໆກ່ຽວກັບແຮ່ທາດມາເຜີຍແຜ່ເຊື່ອມຊຶມ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.

ຂ່າວ: ວສລ

ພາບ: ປກສ ໄຊສົມບູນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...