Homeຂ່າວພາຍ​ໃນສະຫະລັດອາເມລິກາ ມອບຄອມພິວເຕີ ແກ່ ສປປ ລາວ

ສະຫະລັດອາເມລິກາ ມອບຄອມພິວເຕີ ແກ່ ສປປ ລາວ

Published on

ລັດຖະບານສະຫະລັດອາເມລິກາໄດ້ມອບຄອມພິວເຕີ້ຈຳນວນ 50 ໜ່ວຍ ເປັນມູນຄ່າຫຼາຍກວ່າ 145,000 ດອນລາ ໃຫ້ກັບກະຊວງການຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການເປັນປະທານອາຊຽນຂອງ ສປປ ລາວ, ໃນພິທີ ວັນທີ 6 ພຶດສະພາ 2024.

ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານນາງ ແຮັດເຕີ ວາເຣຍອາວາ ໄດ້ມອບຄອມພິວເຕີໃຫ້ກັບ ທ່ານ ຈະຕຸລົງ ບົວສີສະຫວັດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ. ນອກຈາກນີ້, ທ່ານນາງ ແຮັດເຕີ ວາເຣຍອາວາຍັງໄດ້ກ່າວວ່າ: “ສະຫະລັດອາເມລິກາໄດ້ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງວາລະກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມຕ່າງໆທີ່ ສປປ ລາວ ຈະຈັດຂຶ້ນພາຍໃນປີ 2024 ນີ້, ພວກເຮົາປະທັບໃຈຫຼາຍທີ່ໄດ້ໂອກາດເຮັດວຽກຮ່ວມກັບ ບັນດາປະເທດຄູເຈລະຈາຂອງອາຊຽນ ແລະ ແຂກຮັບເຊີນອື່ນໆ, ມີສ່ວນຮ່ວມຊ່ວຍ ສປປ ລາວໃນຄວາມພະຍາຍາມເປັນປະທານອາຊຽນ ໂດຍມຸ້ງເນັ້ນໃສ່ໃນຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໃຫ້ກັບບັນດາປະເທດສະມາຊິກອາຊຽນ.

ສະຫະລັດອາເມລິກາ ໄດ້ມີຄວາມມຸ້ງໝັ້ນຕໍ່ສູນກາງອາຊຽນ, ອິນໂດ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ, ແລະ ໄດ້ສະໜັບສະໜູນດ້ານຄວາມປອດໄພ ແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດຄູ່ຮ່ວມມື. ການມອບອຸປະກອນໃນຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງຄວາມໝາຍໝັ້ນອັນຍາວນານ ແລະ ລັດຖະບານສະຫະລັດອາເມລິກາ ຍັງຈະສືບຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ໃໝ່​ ແລະ​ ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ຢູ່​ພາກ​ພື້ນ​ທີ່​ສຳ​ຄັນແຫ່ງ​ນີ້. ສະຫະລັດອາເມລິກາ ໄດ້ຢືນຢູ່ຮ່ວມກັບອາຊຽນເພື່ອຊຸກຍູ້ສົ່ງເສີມ ສິດທິມະນຸດ, ລະບຽບກົດໝາຍ ແລະ ການປົກຄອງທີ່ດີ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...