spot_img
Homeຂ່າວພາຍ​ໃນການລ່າ ຫຼື ບໍລິໂພກສັດປ່າ ມີໂທດຈຳຄຸກ-ປັບໄໝ

ການລ່າ ຫຼື ບໍລິໂພກສັດປ່າ ມີໂທດຈຳຄຸກ-ປັບໄໝ

Published on

ຈາກກໍລະນີ້ທີ່ຜູ້ນຳໃຊ້ເຟດບຸກທ່ານໜຶ່ງໄດ້ໂພສພາບໂຕຄຸ່ງ ເປັນສັດປ່າໃກ້ຈະສູນພັນ ລົງໃນສື່ສັງຄົມອອນລາຍ ພ້ອມມີເນື້ອໃນວ່າ: “ບຸນປາກແລ້ວມື້ນີ້ ສ່ຽວໄດ້ໂຕຄຸ່ງ” ,ຫຼັງຈາກທີ່ໂພສດັ່ງກ່າວເຜີຍແຜ່ອອກໄປກໍມີກຸ່ມຄົນເຂົ້າມາສະແດງຄວາມຄິດເຫັນວິພາກວິຈານຢ່າງຫຼວງຫຼາຍ.

ຫຼ້າສຸດ, ທ່ານ ອິນທີ ເດືອນສະຫວັນ ຜູ້ບຸກເບີກການທ່ອງທ່ຽວແບບຜະຈົນໄພ ,ການທ່ອງທ່ຽວອະນຸລັກ ແລະ ປຸກລະດົມການປົກປັກຮັກສາສິ່ງແວດລ້ອມ ໄດ້ອອກມາໂພສ ສະແດງຄວາມຄິດເຫັນຕໍ່ເຫດການດັ່ງກ່າວວ່າ: ເປັນພາບທີ່ຜິດຫວັງທີ່ສຸດແຫ່ງປີ, ພວກເຮົາທີມງານພູຜາມ່ານ, ຫ້ອງການກະສິກຳເມືອງຄູນຄຳ, ອາສາສະມັກຈາກສີ່ບ້ານ (ບ້ານຄູນເງິນ, ບ້ານ ພູໝາກແໜ່ງ, ບ້ານຄູນແກ້ວ, ບ້ານຄູນຄຳ) ເຮັດວຽກອະນຸລັກ (ລາດຕາເວນ, ເຜີຍແຜ່ກົດໝາຍ, ປູກຈິດສຳນຶກ… ສ້າງກິດຈະກຳເພື່ອສົ່ງເສີມຄວາມເຂັ້ມແຂງໃນການສ້າງເສດທະກິດບ້ານ) ການຊ່ວຍດຶງດູດນັກທ່ອງທ່ຽວ, ບໍ່ວ່າຈະເປັນການໃຫ້ວຽກເຮັດງານທຳແກ່ລູກຫຼານ, ການອຸດໜູນຜະລິດທະພັນຈາກບ້ານ, ການສ້າງໂອກາດທາງສ້າງເສດຖະກິດ ແລະ ທີ່ແນ່ໆ ການທີ່ພວກເຮົາຊ່ວຍກັນອະນຸລັກ ແມ່ນຈະສາມາດສ້າງຜົນປະໂຫຍດໄລຍະຍາວໃຫ້ແກ່ລູກຫຼານ).ແຕ່ມີຄົນກຸ່ມໜຶ່ງທີ່ບໍ່ໄດ້ສົນໃຈໃນການທີ່ຈະລະເມີດກົດຫມາຍໃນການລ່າ, ຂ້າ, ຂາຍ, ບໍລິໂພກ… ເຫັນແລ້ວທໍ້ໃຈອີ່ຫຼີ.

ຈາກເຫດການກະທຳຜິດຕໍ່ກັບການລ່າ ແລະ ບໍລິໂພກສັດປ່າທີ່ເກີດຂຶ້ນ ອີງຕາມກົດໝາຍອາຍາ ມາດຕາ331 ໄດ້ລະບຸວ່າ: ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການລ່າສັດ ເຊັ່ນ ລ່າສັດ ປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໄໝແຕ່3.000.000 ກີບ – 10.000.000 ກີບ.ໃນກໍລະນີ ການກະທຳຜິດ ເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າ ແຕ່ 50.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບ ໄໝ ສອງເທົ່າ ຂອງມູນຄ່າຄວາມເສຍຫາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...