Homeຂ່າວພາຍ​ໃນປ້ອງກັນຕາຝັ່ງ-ພັດທະນາແຄມຂອງໄລຍະ 2

ປ້ອງກັນຕາຝັ່ງ-ພັດທະນາແຄມຂອງໄລຍະ 2

Published on

ທ້າຍອາທິດຜ່ານມາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ(ນວ), ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການ, ຫ້ອງການ, ເຈົ້າເມືອງ ແລະ ພະນັກງານຂະ ແໜງການກ່ຽວຂ້ອງໄດ້ລົງກວດກາຕິດຕາມການກໍ່ ສ້າງໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ແຕ່ຫຼັກ 3 ໂຮງຮຽນການຊ່າງລາວ-ເຢຍລະມັນ ເມືອງສີສັດຕະນາກ ຫາ ຫາດດອກແກ້ວ ເມືອງຫາດ ຊາຍຟອງມີຄວາມຍາວ 8,36 ກິໂລແມັດ.

อาจเป็นรูปภาพของ 10 คน

ໂອກາດນີ້, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ໃຫ້ຮູ້ວ່າ: ໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງໄລຍະທີ 2 ຢູ່ ນວ ເລີ່ມຈັດຕັ້ງປະຕິ ບັດເດືອນກຸມພາ 2022 ໂດຍປະກອບມີໜ້າວຽກລະບົບປ້ອງກັນຕາຝັ່ງກໍ່ສ້າງຄູປ້ອງກັນນໍ້າຖ້ວມ ທີ່ສາ ມາດນໍາໃຊ້ເປັນທາງລຽບຕາມແຄມຂອງ ແລະ ກໍ່ສ້າງລະບົບປ້ອງກັນຕາຝັ່ງບໍ່ໃຫ້ມີການເຊາະເຈື່ອນມີຄວາມຍາວ 8,36 ກິໂລແມັດ ຈາກຫລັກ 4 ເມືອງສີສັດຕະນາກຫາບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ເຊິ່ງປະກອບດ້ວຍເສັ້ນທາງຍ່າງຊົມວິວ ແລະ ຊົມຕາເວັນຕົກດິນ ສວນກິລາກາງແຈ້ງ ແລະ ຈຸດທ່ອງທ່ຽວທຳມະຊາດທີ່ເຊື່ອມຈອດກັບຕົວເມືອງໄດ້.

อาจเป็นรูปภาพของ แหล่งน้ำ

ມາຮອດເດືອນມີນາ 2024 ສຳເລັດ 53,3% ທຽບໃສ່ແຜນການ (56,6%) ແມ່ນຊັກຊ້າ ສາເຫດຍ້ອນໂຄງການຕັ້ງຢູ່ເຂດຕົວເມືອງມີຄວາມຫຍຸ້ງຍາກ ໃນການຂົນສົ່ງວັດສະດຸກໍ່ສ້າງຈາກພາກສະໜາມເຂົ້າຫາໂຄງການທີ່ຕ້ອງໄດ້ຜ່ານເສັ້ນທາງຕົວເມືອງ ຈຳກັດໂມງເວລາການຂົນສົ່ງ ແລະ ນໍ້າໜັກ, ໂຄງການຄາດວ່າຈະໃຫ້ສຳເລັດທ້າຍປີ 2025 ເຊິ່ງໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າຈາກ ສ ເກົາຫລີ ມູນຄ່າ 257.605.000 ໂດລາສະຫະລັດ ແລະ ສົມທົບຂອງລັດ ຖະບານລາວ ມູນຄ່າ 9.957.000 ໂດລາສະຫະລັດ ລວມມູນຄ່າທັງໝົດ 67.562.000 ໂດລາສະຫະລັດ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...