spot_img
Homeຂ່າວພາຍ​ໃນປະທານປະເທດລາວ ຢ້ຽມຢາມ ສະຫະພັນຣັດເຊຍ

ປະທານປະເທດລາວ ຢ້ຽມຢາມ ສະຫະພັນຣັດເຊຍ

Published on

ໃນລະຫວ່າງວັນທີ 8-10 ພຶດສະພາ ທີ່ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ ຕາມການເຊື້ອເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະ ຫະພັນ ຣັດເຊຍ.

May be an image of 5 people and text

ໃນການຢ້ຽມຢາມເຮັດວຽກ ຢູ່ ສ.ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ, ໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ພະນະທ່ານ ປູຕິນ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສ. ຣັດເຊຍ ອີກໜຶ່ງສະໄໝ, ໃນຂະນະດຽວກັນ, ພະນະທ່ານ ວາລາດີເມຍ ປູຕິນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທີ່ໄດ້ຕອບຮັບການເຊື້ອເຊີນ ແລະ ເດີນ ທາງໄປຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ໃນຄັ້ງນີ້.

May be an image of 10 people and text

ໃນການພົບປະ ການນໍາທັງສອງຍັງໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນແບບຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ມີ ໝາກຜົນເປັນຮູບປະທໍາຍິ່ງໆຂຶ້ນ ໂດຍສະເພາະ ດ້ານການເມືອງ, ຄວາມໝັ້ນຄົງ, ການສຶກສາ ແລະ ອື່ນໆ. ສອງຝ່າຍ ໄດ້ເປັນເອກະພາບກັນ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາ ສາດ-ເຕັກນິກ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ການຮ່ວມມືດ້ານພະລັງງານ, ການຄົ້ນຄວ້າວິທະຍາສາດ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

May be an image of 4 people, the Oval Office and text

ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ຄັ້ງນີ້, ພະນະທ່ານ ປະທານປະເທດ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງໃນສາຍພັກ ພະນະທ່ານ ເດີມິຕຣີ ເມັດເວເດັບ, ປະທານພັກ ຣັດເຊຍເອກະພາບ, ຊຶ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວ ພັນ ລະຫວ່າງ ພັກປະຊາ ຊົນປະຕິວັດລາວ ແລະ ພັກຣັດເຊຍເອກະພາບທີ່ນັບມື້ໄດ້ຮັບການຮັດເເໜ້ນ ເເລະ ເສີມສ້າງຢ່າງເປັນຮູບປະທໍາມີໝາກມີຜົນໃນຫຼາຍຂົງເຂດການຮ່ວມມື, ບົນພື້ນຖານແຫ່ງຄວາມເອົາໃຈໃສ່ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນ ແລະ ຜົນການພົບປະສອງຝ່າຍ ແລະ ຫຼາຍຝ່າຍຢ່າງມີປະສິດ ທິຜົນ. ພ້ອມນັ້ນ, ກໍໄດ້ພ້ອມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງພັກໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາ, ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ.

May be an image of 2 people and the Oval Office

ການຢ້ຽມຢາມເຮັດວຽກ ຢູ່ ສ.ຣັດເຊຍ ຂອງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຈົນຈົບ, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ.

ຂ່າວ: ວສລ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...