Homeຂ່າວເຫດການປະ­ທານ​ປະ­ເທດ ​ເນັ້ນແຂວງ​ຫຼວງ​ພະ​ບາງ ສຸມ​ໃສ່​ຈັດ​ສັນ​ອາ­ຊີບ​ ກັບ​ການ​ອະ­ນຸ­ຮັກວັດທະນະທຳ!

ປະ­ທານ​ປະ­ເທດ ​ເນັ້ນແຂວງ​ຫຼວງ​ພະ​ບາງ ສຸມ​ໃສ່​ຈັດ​ສັນ​ອາ­ຊີບ​ ກັບ​ການ​ອະ­ນຸ­ຮັກວັດທະນະທຳ!

Published on

fb6d28f7c391813fc934e0682167b8d1

 

ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ປະທານ​ປະ­ເທດ​ໄດ້​ກ່າວ​ໂອ້​ລົມ​ຊີ້​ນຳ​ອຳນາດ​ການ​ປົກ­ຄອງ​ແຂວງ​ຫຼວງ​ພະ​ບາງ ໃຫ້​ຖື​ສຳ­ຄັນ​

ການ​ປຸກ­ລະ­ດົມ​ຄວາມ​ສາມັກ​ຄີ​ຂອງ​ບັນ­ດາ­ເຜົ່າ ພ້ອມ​ທັງ​ຈັດ​ສັນ​ອາຊີບ​ຄົງ​ທີ່​ໃຫ້​ປະ­ຊາ­ຊົນຄຽງ​ຄູ່​ກັບ​ການອະ­ນຸ­ຮັກ​ວັດ

­ທະ­ນະ­ທຳທີ່​ເປັນ​ເອ­ກະ­ຮັກຂອງ​ຫຼວງ​ພະ​ບາງ ໃຫ້​ຍືນ​ຍົງ​ຄົງ​ຢູ່​ຕະຫຼອດ​ໄປ.

 

ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ພ້ອມ​ຄະນະ​ການ​ນຳ​ໄດ້​ເດີນ­ທາງ​ຢ້ຽມ­ຢາມ ແຂວງ​ຫຼວງ​ພະ​ບາງ​ລະ­ຫວ່າງ​ວັນ​ທີ 10-11 ທັນ­ວາ

2014 ນີ້​ໂດຍ​ທາງ​ຄະ­ນະການ​ນຳ​ຂອງ​ແຂວງ​ນຳ­ພາ​ໂດຍ ທ່ານ ດຣ. ຄຳ​ແພງ ໄຊ​ສົມ​ແພງ ເຈົ້າ­ແຂວງໆຫຼວງ​ພະ​ບາງ​ພ້ອມ

​ດ້ວຍ​ພະ­ແນກ­ການ ອ້ອມ​ຂ້າງ, ນັກ​ສຶກ​ສາ ແລະ ພໍ່​ແມ່​ປະຊາ​ຊົນ​ຊາວ­ບ້ານ​ຫາດ​ຫ່ຽນໄດ້​ໃຫ້­ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ.

 

ໃນ​ໂອ­ກາດ​ນີ້ ທ່ານ​ປະ­ທານ​ປະ­ເທດໄດ້​ໃຫ້​ກຽດ​ໂອ້​ລົມ​ພ້ອມ​ທັງ​ເນັ້ນ​ໜັກຫຼາຍ​ບັນ­ຫາ​ໃຫ້​ ບັນ­ດາ​ການ​ນຳ​ຂອງ​ພະແນກ​

ການ​ຕ່າງໆ​ທີ່​ເປັນ​ເສົາ​ຫຼັກ​ເອົາ­ໃຈ ໃສ່​ພັດ­ທະ­ນາ​ລົບ​ລ້າງ​ຄວາມ­ທຸກ​ຍາກ​ຢູ່ເຂດ​ຊົນ­ນະ­ບົດ ເພື່ອ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນບັນ­

ດາ­ເຜົ່າ​ມີ​ອາ­ຊີບ ແລະ ຊີ­ວິດ​ການ​ເປັນຢູ່​ດີ​ຂຶ້ນ, ຊຸກ­ຍູ້​ສົ່ງ­ເສີມ​ບ້ານ​ສາມ​ສ້າງ​ໃນ​ການ​ປູກ­ຝັງ-ລ້ຽງ­ສັດ ເພື່ອ​ເຮັດ​ການ​ຜະ

ລິດ​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ​ຢ່າງ​ມີ​ປະສິດ­ທິ​ຜົນ,  ຫັນ​ເອົາ​ພະ­ນັກ­ງານ​ລົງ​ຮາກ​ຖານ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ສ້າງ​ຄວາມ​ເຂັ້ມ­

ແຂງ​ຢູ່​ທ້ອງ­ຖິ່ນ ເພາະ​ໃນ​ເດືອນ​ພະ­ຈິກ 2015 ຈະ​ມີ​ການ​ສະ­ຫຼຸບ​ວຽກ​ງານ​ບ້ານ​ສາມ​ສ້າງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ແລະ

ຫຼວງ​ພະ​ບາງ​ຈະ​ຕ້ອງ​ມີ​ຕົວ​ແບບ​ຢູ່​ບັນ­ດາ​ເມືອງ​ສາມ​ສ້າງ​ເຂົ້າ​ຮ່ວມ.

 

ສ່ວນການ​ລົງ­ທຶນ​ແມ່ນ​ໃຫ້​ພ້ອມ​ກັນຊອກ​ຫາ​ວິ­ທີ​ດຶງ​ດູດ​ນັກ​ລົງ­ທຶນ​ຈາກ​ ທັງພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃຫ້​ໄດ້​ຫຼາຍຂຶ້ນ​

ກວ່າ​ເກົ່າ, ດ້ານ​ວຽກ​ງານ​ວັດ­ທະ­ນະທຳ-ສັງ­ຄົມ​ແມ່ນ​ໃຫ້​ທຸກ​ໜ່ວຍ​ງານ​ພ້ອມພຽງ​ກັນ​ໃນ​ ການ​ອະ­ນຸ­ຮັກ​ຮັກ­ສາ​ວັດ​ທະ

ນະ​ທຳ​ຂອງ​ຊາວ​ເມືອງ​ມໍ­ລະ­ດົກ​ໂລກ​ໃຫ້ຄົງ​ຢູ່​ຄູ່​ປະ­ຊາ­ຊົນ​ຕະ­ຫຼອດ​ໄປ ແລະ ໃຫ້​ຕິດພັນ​ຢູ່​ກັບ​ການ­ທ່ອງ­ທ່ຽວ​ທີ່​ເປັນ​ທ່າ­

ແຮງ ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໃນ​ແຂວງ​ຫຼວງ​ພະ​ບາງ ໂດຍ​ໃຫ້​ປະ­ຊາຊົນ​ມີ​ສ່ວນ​ຮ່ວມ​ເພື່ອ​ເຂົາ­ເຈົ້າ​ມີ​

ລາຍ​ຮັບ, ມີ​ເສດ­ຖະ­ກິດ​ຄອບ­ຄົວ​ດີ​ຂຶ້ນ​ສາ­ມາດ​ຊຸກ­ຍູ້​ລູກ​ຫຼານ​ໃຫ້​ໄດ້​ຮັບ​ການ​ ສຶກ​ສາ​ຮ່ຳ­ຮຽນ ແລະ ມີ​ວຽກ​ເຮັດ​ງານ​ທຳ​

ໃນ​ອະ­ນາ­ຄົດ ແລະ ສິ່ງ​ສຳ­ຄັນ​ແມ່ນ​ການ​ພັດ­ທະ­ນາ​ໜໍ່ແໜງ​ຜູ້​ສືບ​ທອດ​ໃຫ້​ມີ​ແນວ​ຄິດ​ຫຼັກ​ໝັ້ນຕໍ່​ການ​ນຳ­ພາ​ຂອງ​ພັກ

-ລັດ ລວມ​ເຖິງວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະ­ຫງົບ​ຕ້ອງ​ສ້າງ​ຄວາມ​ ສາ­ມັກ­ຄີ​ກັນ​ຢູ່ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ​

ບໍ່​ເປັນ​ຄົນ​ຫູ​ເບົາຟັງ​ງ່າຍ​ຕໍ່​ກົນ­ອຸ­ບາຍ​ຂອງ​ພວກ​ຍຸ​ແຍ່ຫວັງ​ກໍ່​ຄວາມ​ບໍ່​ສະ­ຫງົບ​ຢູ່​ພາຍ​ໃນ ສະນັ້ນ ​ຄວາມ​ສາ­ມັກ­ຄີ​ທີ່​ເປັນ

​ຈິດ​ໜຶ່ງ​ໃຈດຽວ​ກັນ​ຢ່າງ​ເປັນ​ປຶກ​ແຜ່ນ​ແໜ້ນ­ໜາ​ ນັ້ນຈະ​ບໍ່​ມີ​ສິ່ງ​ໃດ​ສາ­ມາດ​ມ້າງ­ເພ​ໄດ້.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...