spot_img
Homeຂ່າວການສຶກສາໄຟ­ຟ້າ​ຫົງ​ສາ​ຈົກ 120 ລ້ານ ມອບ​ເປັນ​ທຶນ​ການ​ສຶກ​ສາ​ໃຫ້​ນັກ​ຮຽນ

ໄຟ­ຟ້າ​ຫົງ​ສາ​ຈົກ 120 ລ້ານ ມອບ​ເປັນ​ທຶນ​ການ​ສຶກ​ສາ​ໃຫ້​ນັກ​ຮຽນ

Published on

57767a5abdf02fba82a1dc871ed0883c

 

ບໍ­ລິ­ສັດ​ໄຟ­ຟ້າ​ຫົງ​ສາ ຈຳ­ກັດ ໄດ້​ສືບ­ຕໍ່​ສະ­ໜັບ­ສະ­ໜູນ​ທຶນ​ສົ່ງ­ເສີມ​ການສຶກ​ສາ​ໃນ​ທ້ອງ­ຖິ່ນ ແຂວງ​ໄຊ​ຍະ​ບູ​ລີ ຊຶ່ງປີ​ນີ້​ລວມ

​ມີ​ເມືອງ​ຫົງ​ສາ, ເມືອງ​ເງິນ ແລະ ເມືອງ​ຊຽງ​ຮ່ອນ ຄິດ​ເປັນ​ມູນ​ຄ່າ 120 ລ້ານ​ກີບ.

 

ພິ­ທີ​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ນັກ ຮຽນ​ສົກ 2014-2015 ໄດ້​ຈັດ​ຂຶ້ນຫວ່າງ​ບໍ​ດົນ​ມາ​ນີ້ ທີ່​ເມືອງ​ຫົງ​ສາ​ລວມ ທັງ​ໝົດ 40 ທຶນ,

ມູນ​ຄ່າ 120 ລ້ານ​ກີບ ໂດຍ​ໃຫ້​ກຽດ​ເປັນ​ປະ­ທານ​ຂອງ ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ​ເຈົ້າ­ແຂວງໆ ໄຊ​ຍະ​ບູ​ລີ, ໃຫ້​ກຽດ​ມອບ​

ທຶນ​ການ​ສຶກ ສາ​ໃນ​ຄັ້ງ​ນີ້​ໂດຍ ທ່ານ ດຳ­ລົງ ຖາ­ວອນວິ​ສຸດ­ທິ​ກຸນ ຮອງ​ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ​ໄຟ­ຟ້າ​ຫົງ​ສາ ຈຳ­ກັດ

ພ້ອມ​ນັ້ນມີ​ຮອງ​ເຈົ້າ­ເມືອງ, ຮອງ​ຫົວ­ໜ້າ​ຫ້ອງການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ, ຄູ-ອາ­ຈານ, ພໍ່​ແມ່​ນັກ­ຮຽນ ແລະ ນັກ­

ຮຽນຜູ້​ທີ່​ໄດ້​ຮັບ​ທຶນ​ຢູ່​ໃນ​ເມືອງ​ຫົງ​ສາ​ເຂົ້າຮ່ວມ​ເປັນ​ສັກ­ຂີ​ ພິ­ຍານ​ຢ່າງ​ພ້ອມ­ພຽງ.

 

ບໍ­ລິ­ສັດ ​ໄຟ­ຟ້າ​ຫົງ​ສາ ຈຳ­ກັດ ແມ່ນໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ສະ­ໜັບ­ສະ­ໜູນວຽກ​ງານ​ການ​ສຶກ​ສາ​ຢ່າງ​ຕໍ່​ ເນື່ອງມາ​ຕັ້ງ­ແຕ່​ປີ

2010 ເນັ້ນ​ໃສ່​ນັກ­ຮຽນຜູ້​ດ້ອຍ​ໂອ­ກາດ, ນັກ­ຮຽນ​ເກ່ງ​ມີ​ຄຸນ​ສົມບັດ​ດີ ແຕ່​ຖາ­ນະ​ຄອບ­ຄົວ​ທຸກ​ຍາກ​ມາຮອດ​ປະ­ຈຸ​ບັນ​ນີ້​ທາງ​

ບໍ­ລິ­ສັດ​ໄດ້​ສ້າງ​ ໂຮງຮຽນ​ຢູ່​ພາຍ​ໃນ​ເມືອງ​ຫົງ​ສາ​ສຳ­ເລັດ ແລະ ໄດ້​ເຂົ້າ​ຮຽນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຈຳ­ນວນ 12 ຫຼັງ, ໃນ​ນັ້ນ

ລວມ​ມີ​ໂຮງຮຽນ​ອະ­ນຸ­ບານ 4 ຫຼັງ, ໂຮງ­ຮຽນ​ປະ­ຖົມ 5 ຫຼັງ ແລະ ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ 3 ຫຼັງ ຊຶ່ງ​ການ​ຊ່ວຍ­ເຫຼືອ​ສະ­

ໜັບ­ສະ­ໜູນນີ້​ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ ໝັ້ນຂອງ​ບໍ­ລິ­ສັດ​ໄຟ­ຟ້າ​ຫົງ​ສາ ຈຳ­ກັດ ເພື່ອປະ­ກອບ­ສ່ວນ​ພັດ­ທະ­ນາ​ການ​

ສຶກ​ສາ ໂດຍ​ສະ­ເພາະ​ແມ່ນ​ຢູ່​ພາຍ​ໃນ​ເມືອງ​ຫົງສາ​ເວົ້າ​ລວມ, ເວົ້າ​ສະ­ເພາະ​ກໍ​ຄື​ການ​ພັດ ທະ​ນາ​ໃນ​ຂົງ­ເຂດ​ວຽກ​ງານ​ການ

​ສຶກສາ ແລະ ການ​ສ້າງ­ສາ​ພັດ­ທະ­ນາ​ປະເທດ​ຊາດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...