Homeຂ່າວພາຍ​ໃນຈັບກຸມ ຊາຍສໍ້ໂກງຊັບດ້ວຍການສ້າງເພຈປອມ

ຈັບກຸມ ຊາຍສໍ້ໂກງຊັບດ້ວຍການສ້າງເພຈປອມ

Published on

ວັນທີ 7 ພຶດສະພາທີ່ຜ່ານມາ, ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 24 ມີນາ 2024 ຜ່ານມາ ເຈົ້າ ໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ເຂົ້າກັກຕົວເປົ້າໝາຍສໍ້ໂກງຊັບແລກປ່ຽນເງິນຕາທາງເຟສບຸກ ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍສາມາດກັກຕົວ ໄດ້ 1 ຄົນ, ຢູ່ເສັ້ນທາງເຂດບ້ານນາທົ່ມ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຊື່ທ້າວ ປະລິນຍາໂທ (ນາມສົມມຸດ) ອາຍຸ 34 ປີ ພັກເຊົ່າຢູ່ບ້ານດົງຊຽງດີ, ເມືອງນາຊາຍທອງ.

May be an image of ‎text that says '‎เทยพานเบล י มือถือ มือสอง มือถือมือสอง by KK 2 การกดถูกใจ 2การาตถูกใ(ูตาาม4คน -สิตราม4คน สุปิดาม คน สินค้ สินค้าติมีคุณภาพ ณภาพ อองไขษ เพิ่มลงในสตอรี่ 活 จัดการ … เกี่ยวกับ รูปภาพ เพิ่มเดิม มือถือ มือ 2 การกดถูกใจ โพสต์ สินค้าดีมีคุณภ สินค้า ดี รายละเอียด ณภ 0 เพจ ร้านขายของฆ่า‎'‎

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ເລີ່ມສໍ້ໂກງຊັບມາແຕ່ ປີ 2020 ຈົນຮອດມື້ຖືກກັກຕົວ ຜູ້ກ່ຽວໄດ້ໂສ້ງໂກງຊັບທາງອອນລາຍມາແລ້ວຫລາຍຄັ້ງ ເຊິ່ງຄັ້ງຫລ້າສຸດແມ່ນຮັບແລກປ່ຽນເງິນຈຳນວນ 10.000 ຢວນຈາກຜູ້ເສຍຫາຍ, ໂດຍວິທີການແມ່ນສ້າງເຟສບຸກປອມຂຶ້ນມາ 9 ເພຈ ແລະ ເບີວັອບແອບ 2 ເບີ ແລ້ວເອົາຮູບຄົນອື່ນທີ່ໜ້າເຊື່ອຖືມາເປັນໂປຣຟາຍໜ້າເຟສບຸກແລ້ວໂພສໃນຮູບການຕ່າງໆ ໂດຍສະເພາະການຮັບແລກປ່ຽນເງິນຕາ.

May be an image of text

ເມື່ອມີຄົນຫຼົງເຊື່ອກໍໃຫ້ໂອນເງິນຕາມາໃຫ້ຜູ້ກ່ຽວກ່ອນ ແລະ ສັນຍາວ່າຈະໂອນເງິນກີບຄືນໃຫ້ຕາມລາຄາທີ່ຕົກລົງແລກປ່ຽນກັນໄວ້, ເຊິ່ງການໂອນແມ່ນໃຫ້ໂອນຜ່ານບັນຊີຮ້ານແລກປ່ຽນເງິນຕາ ຫຼື ບຸກຄົນທີ່ຮັບໂອນເງິນອອກຕ່າງປະເທດ, ຈາກນັ້ນກໍຫາຮ້ານທີ່ຮັບໂອນເງິນກັບມາຄືນມາພາຍໃນປະເທດ, ເມື່ອເງິນຖືກໂອນກັບຄືນມາແລ້ວກໍໃຫ້ໂອນເຂົ້າຮ້ານຄ້າຕ່າງໆ ໂດຍສະເພາະໂອນເຂົ້າບັນຊີຮ້ານຊື້-ຂາຍຄຳ ເພື່ອຊື້ຄຳ, ສ່ວນເງິນທີ່ຍັງເຫຼືອ ແມ່ນຂໍເອົາເປັນເງິນສົດນຳເຈົ້າຂອງບັນຊີ, ເວລາຮັບສິນຄ້າ ຫຼື ຮັບເງິນ ແມ່ນຈ້າງຄົນຂັບລົດຂົນສົ່ງໄປຮັບມາໃຫ້, ແຕ່ບາງຄັ້ງກໍເຂົ້າໄປເອົາດ້ວຍຕົວເອງ ເມື່ອໄດ້ເງິນ ແລະ ຄຳແລ້ວໄດ້ເອົາເງິນມາໃຊ້ຈ່າຍພາຍໃນຄອບຄົວ, ພ້ອມທັງເອົາເງິນໄປຊື້ທີ່ດິນ ແລະ ປຸກສ້າງເຮືອນ 1 ຫຼັງ. ເຈົ້າໜ້າທີ່ ປກສ ລາຍງານຕື່ມວ່າ: ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ພວມສືບຕໍ່ເກັບກຳຂໍ້ມູນ, ເພື່ອດຳເນີນການສືບສວນ-ສອບສວນຕາມຫຼັກການ ແລະ ກົດໝາຍ.

ທີ່ມາ: ວສລ, ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...