spot_img
Homeຂ່າວພາຍ​ໃນແຕ່ງຕັ້ງຮອງເຈົ້ານະຄອນໄກສອນພົມວິຫານ ຄົນໃໝ່

ແຕ່ງຕັ້ງຮອງເຈົ້ານະຄອນໄກສອນພົມວິຫານ ຄົນໃໝ່

Published on

ພິທີປະກາດພະນັກງານອອກ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງນະຄອນໄກສອນພົມວິຫານ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 30 ເມສານີ້, ໂດຍການເປັນ ປະທານຂອງທ່ານ ບຸນໂຈມ ອຸບົນ ປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເລຂາພັກນະຄອນໄກສອນ ພົມວິຫານ, ຄະນະນຳນະຄອນ, ຄະນະຈັດຕັ້ງແຂວງ, ຫົວໜ້າຫ້ອງການອ້ອມຂ້າງນະຄອນ ແລະນາຍບ້ານທົ່ວນະຄອນ ເຂົ້າຮ່ວມ.

อาจเป็นรูปภาพของ 2 คน และ ข้อความ

ໃນພິທີ, ຕາງໜ້າຄະນະຈັດ ຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງສະຫວັນນະເຂດວ່າດ້ວຍ: ການອະນຸມັດໃຫ້ທ່ານ ສົມໝາຍ ສົງວິໄລ ກຳມະການ ປະຈຳພັກນະຄອນ, ຮອງເຈົ້ານະຄອນໄກສອນພົມວິຫານ ອອກພັກ ການ-ຮັບອຸດໜູນບໍານານ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍ: ການແຕ່ງຕັ້ງພະນັກງານ ໂດຍໄດ້ແຕ່ງຕັ້ງທ່ານ ນາງ ວັນ ນາລີ ແກ້ວຫານາມ ກຳມະການປະຈຳພັກນະຄອນ ເປັນຮອງເຈົ້າ ນະຄອນໄກສອນ ພົມວິຫານ.

ຂ່າວ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...