spot_img
Homeຂ່າວພາຍ​ໃນອຸດົມໄຊ ສະກັດກັ້ນໄຟໄໝ້ລາມປ່າ

ອຸດົມໄຊ ສະກັດກັ້ນໄຟໄໝ້ລາມປ່າ

Published on

ເມື່ອບໍ່ດົນມານີ້, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວ ນຳພາ-ຊີ້ນຳ ບັນດາຂະແໜງການທີ່ກ່ຽວຂ້ອງ, ສອງກອງບັນຊາການ ປກສ-ປກຊ, ຊາວໜຸ່ມຕະລຸມບອນ ພະແນກການອ້ອມຂ້າງ ແລະ ບັນດາບ້ານໃກ້ຄຽງ ມອດໄຟໄໝ້ລາມປ່າ ເພື່ອສະກັດກັ້ນໄຟບໍ່ໃຫ້ໄໝ້ລາມສູ່ວົງກວ້າງ, ພ້ອມກັນສຸມໃສ່ມອດໄຟບາງຈຸດທີ່ເຫັນວ່າສາມາດເຂົ້າເຖິງໄດ້, ເຮັດແລວກັນໄຟ ເພື່ອບໍ່ໃຫ້ລາມໄປສູ່ບ່ອນໃໝ່ ແລະ ກວ້າງອອກກວ່າເກົ່າ.

May be an image of coral snake and tree

ມາຮອດປັດຈຸບັນ ການມອດໄຟໄໝ້ລາມປ່າ ແມ່ນເຮັດໄດ້ດີ ແລະ ມີປະສິດທິພາບ (ສາມາດດັບໄຟໄດ້ເປັນສ່ວນໃຫຍ່) ແລະ ສາມາດສະກັດກັ້ນບໍ່ໃຫ້ໄຟໄໝ້ລາມໄປສູ່ປ່າເຂດອື່ນໆຕື່ມອີກ. ທັງນີ້ ກໍຍ້ອນຄວາມເອົາໃຈໃສ່ຂອງການນຳແຂວງ-ເມືອງ, ພະແນກການທີ່ກ່ຽວຂ້ອງ ແລະ ກຳລັງແຮງທຸກພາກສ່ວນ ທີ່ໄດ້ສຸມໃສ່ມອດໄຟໃນເຂດທີ່ຕົນຮັບຜິດຊອບໄດ້ທັນເຫດການ.

May be an image of 12 people, motorcycle and tree

ນັບແຕ່ຕົ້ນປີ 2024 ຫາ ວັນທີ 9 ເມສາ ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ສຸມທຸກວິທີທາງ ເພື່ອສະກັດກັ້ນບໍ່ໃຫ້ເກີດມີໄຟໄໝ້ລາມປ່າ ໂດຍສະເພາະ ເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າປະເພດອື່ນໆ ດ້ວຍຫລາຍວິທີ ເຊັ່ນ: ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ ບັນດາກົດໝາຍ, ນິຕິກຳ ແລະ ເຮັດບົດບັນທຶກກັບຄອບຄົວ ທີ່ໄດ້ຖາງປ່າ ທຳການຜະລິດ ເພື່ອຫລີກລຽງ ບໍ່ໃຫ້ເກີດໄຟໄໝ້ລາມປ່າ.

May be an image of 4 people, people climbing and tree

ແຕ່ເຖິງຢ່າງໃດກໍ່ຕາມ ບໍ່ສາມາດປາສະຈາກໄດ້ ເຫດໄຟໄໝ້ລາມປ່າ ຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະເມືອງ, ເຊິ່ງບາງເມືອງກໍ່ໃຫ້ເກີດມີຜູ້ເສຍຊີວິດ ຄື: ບ້ານມົກໂຄກາງ, ເມືອງປາກແບງ ແລະ ບ້ານພູວຽງໄຊ, ເມືອງຮຸນ. ນອກນີ້, ໄຟຍັງໄດ້ໄໝລາມເຂົ້າເຂດນອກ-ເຂດໃນ ຂອງປ່າສະຫງວນ ພາຍໃນ 7 ເມືອງ ທົ່ວແຂວງ ຈຳນວນ 60,27 ເຮັກຕາ, ປ່າປ້ອງກັນ 163,98 ເຮັກຕາ, ປ່າທຳການຜະລິດ ຈໍານວນ 5,30 ເຮັກຕາ ລວມທັງໝົດ 229,55 ເຮັກຕາ.

ຂ່າວ: ແສງອາທິດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...