spot_img
Homeຂ່າວຄາດຕະກຳຈັບແລ້ວ! ຜູ້ກໍ່ເຫດຄາດຕະກຳປາດຄໍ

ຈັບແລ້ວ! ຜູ້ກໍ່ເຫດຄາດຕະກຳປາດຄໍ

Published on

ຈາກກໍລະນີເຫດການພົບສົບຊາຍເສຍຊີວິດຈາກການຖືກປາດຄໍ ທີ່ບ້ານຄອນໄຫຼ (ຄຸ້ມໜອງຫູລີງ), ແຂວງຈຳປາສັກ ເມື່ອວັນທີ 29 ເມສາທີ່ຜ່ານມາ, ຫຼ້າສຸດໃນຕອນເຊົ້າຂອງວັນທີ 2 ພຶດສະພາ 2024 ກໍສາມາດກັກຕົວຜູ້ກໍ່ເຫດໄດ້ແລ້ວ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ທ່ານ ພັທ ແກ້ວວຽງໄຊ ອ່ອນໄຊວຽງ ຮອງກອງບັນຊາການ ປກສ ນະຄອນປາກເຊ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 29 ເມສາ ທີ່ຜ່ານມາ, ເຈົ້າໜ້າທີ່ ສືບສວນ – ສອບສວນ ພະແນກຕໍາ ຫຼວດ ປກສ ນະຄອນປາກເຊ ໄດ້ຮັບການລາຍງານຈາກອໍານາດການປົກຄອງບ້ານ ຄອນໄຫຼ, ນະຄອນປາກເຊ, ແຂວງ ຈໍາບາສັກ ວ່າ: ມີຄົນເສຍຊີວິດຢູ່ທີ່ບ້ານ ຄອນໄຫຼ, ຄຸ້ມໜອງຫົວລີງ, ນະຄອນປາກເຊ ແຂວງຈໍາປາສັກ, ຫຼັງຈາກນັ້ນເຈົ້າໜ້າທີ່ ກໍໄດ້ລົງສັນນະສູດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ ຊື່ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ອາຍຸ 64 ປີ, ສັນຊາດລາວ (ຂັບລົດສົ່ງຄູບາຮຽນສົງ) ຢູ່ບ້ານຫ້ວຍຍາງຄໍາ, ແຂວງຈຳປາສັກ ນອນເສຍຊີວິດຢູ່ດິນເປົ່າຫວ່າງ ຫ່າງຈາກ ເຮືອນທີ່ຜູ້ກ່ຽວພັກເຊົາປະມານ 60 ແມັດ.

ไม่มีคำอธิบายรูปภาพ

ຜ່ານການກວດກາຊັນນະສູດຊາກສົບ ພົບເຫັນຮ່ອງຮອຍບາດແຜທີ່ຖຶກ ຂອງມີຄົມບາດ, ຢູ່ຫາງຄິ້ວຊ້າຍມີຮອຍເປັນຄອງຫາເທີງຫູເບື້ອງຊ້າຍ ຍາວ 10 ຊັງຕີແມັດ, ຢູ່ລຸ່ມຕາເບື້ອງຊ້າຍ ມີຮອຍ ບາດແຜ 0,5 X 0,5 ຊັງຕີແມັດ, ຢູ່ໂນກແກ້ມຊ້າຍມີຮ້ອງຮອຍບາດແຜ 0,3 X 0,8 ຊັງຕີແມັດ ແລະ ບາດແຜ 0,3 X 0,2 ຊັງຕີແມັດ, ຢູ່ຄໍມີຮອຍບາດແຜຂະໜາດ 0,7 X 0,4 ຊັງຕີແມັດ ເລີກ 01 ຊັງຕີແມັດ, ຢູ່ຄໍເບື້ອງຂວາມີຮອຍ ບາດແຜ 0,3 X 0,2 ຊັງຕີແມັດ ເລີກ 0,3 ຊັງຕີແມັດ, ຢູ່ຄໍເບື້ອງຊ້າຍມີຮອຍບາດແຜ 0,4 X 0,1 ຊັງຕິແມັດ ເລີກ 04 ຊັງຕີແມັດ ຫຼອດລົມຈີກຂາດ, ຢູ່ໜ້າເອິກມີຮອຍບາດແຜ ຍາວ 20 ຊັງຕີແມັດ, ຢູ່ຕາມສັນຫຼັງມີຮອຍບາດແຜ ຂະໜາດ 0,3 X 0,3 ຊັງຕີແມັດ ເລີກ 01 ຊັງຕີແມັດ ຈຳນວນ 07 ຈຸດ.

อาจเป็นรูปภาพของ 1 คน และ ต้นไม้

ຈາກນັ້ນ ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ ເກັບກຳຂໍ້ມູນຫຼັກຖານຢູ່ສະຖານທີ່ເກີດເຫດ,ພະຍານ, ແວດລ້ອມອ້ອມຂ້າງ ເຫັນວ່າ: ການເສຍຊີວິດແມ່ນເກີດຈາກການຄາດຕະກຳ, ພ້ອມທັງທ້ອນໂຮມຂໍ້ມູນຫຼັກຖານ ຈຶ່ງສາມາດກຳນົດເປົ້າໝາຍກໍ່ເຫດຄາດຕະກຳ ແລະ ສາມາດກັກຕົວໄດ້ເປົ້າໝາຍໄດ້ ຈຳນວນ 02 ຄົນຄື:ນາງ ກູດ ແກ້ວມະນີວົງ ອາຍຸ 68 ປີ ສັນຊາດລາວ ປະຊາຊົນ ຢູ່ບ້ານ ຫ້ວຍຍາງຄໍາ, ແຂວງ ຈຳປາສັກ ຜູ້ກ່ຽວເປັນເມຍຂອງຜູ້ເສຍຊີວິດ ແລະ ທ້າວ ຂຽດ ແກ້ວມະນີວົງ ອາຍຸ 24 ປີ ສັນຊາດລາວ ປະຊາຊົນຢູ່ບ້ານ ຫ້ວຍຍາງຄໍາ, ແຂວງ ຈຳປາສັກ ຜູ້ກ່ຽວເປັນລູກຂອງຜູ້ເສຍຊີວິດ.ຜ່ານການສືບສວນ-ສອບສວນພວກກ່ຽວໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ 28 ເມສາ 2024 ເວລາປະມານ 19 ໂມງ 00 ນາທີ, ນາງ ກູດ ໄດ້ຊວນທ້າວ ຂຽດ ອອກໄປຖາມເງີນນໍາທ້າວ ສຸລິຍາ ແກ້ວມະນີວົງ (ກິ) ເງິນປັບໄໝຈາກການຢ່າຮ້າງຈຳນວນ 5,000,000ກີບ ແລະ ເງີນທີ່ຈະຂາຍລົດຮຸນໄດ(ທີ່ເປັນສິນສົມສ້າງ).

ເມື່ອພວກກ່ຽວຖາມເລື່ອງເງິນປັບໄໝຈາກການຢ່າຮ້າງກັບຜູ້ເສຍຊີວິດ,ແຕ່ຜູ້ເສຍຊີວິດຕອບວ່າ ບໍ່ມີເງິນ, ແລ້ວຈຶ່ງມີການຜິດຖຽງກັນ, ຜູ້ເສຍຊີວິດໄດ້ຈັບເອົາເຫຼັກກ່ຽວຍາວປະມານ 70 ຊັງຕີແມັດ ຂຶ້ນມາຟັນໃສ່ເມຍ ແຕ່ຟັນບໍ່ຖືກ ເມຍຈຶ່ງໄດ້ຮ້ອງໃຫ້ ຜູ້ເປັນລູກເຂົ້າມາຊ່ວຍ, ລູກໄດ້ແລ່ນເຂົ້າມາຍູ້ຜຜູ້ເສຍຊີວິດອອກ ແລ້ວຈົກເອົາມີດຍາວປະມານ 20 ຊັງຕີແມັດ ອອກມາຈາກຖົງໂສ້ງ ແລ້ວແທງ ແລະ ຟັນໃສ່ພໍ່ຫຼາຍບາດ, ຈາກນັ້ນ ໄດ້ໃຊ້ມີດປາດຄໍ 1 ບາດ, ເຮັດຜູ້ເສຍຊີວິດໄດ້ແລ່ນຫຼົບໜີ ເພື່ອໄປຂໍຄວາມຊ່ວຍເຫຼືອຈາກຄົນຢູ່ອ້ອມຂ້າງ, ເມື່ອແລ່ນໄປໄດ້ປະມານ 60 ແມັດ, ຈຶ່ງລົ້ມລົງຢູ່ຂ້າງສວນຂອງຜູ້ກ່ຽວແລ້ວເສຍຊີວິດໃນເວລາຕໍ່ມາ.


ສ່ວນສາເຫດ ແລະ ແຮງຈູງໃຈໃນການຄາດຕະກຳ ຄັ້ງນີ້:
1. ເກີດຈາກຂໍ້ຂັດແຍ່ງພາຍໃນຄອບຄົວ.
2. ເກີດຈາກຄວາມກຽດແຄ້ນຂອງທ້າວ ຂຽດ ຜູ້ເປັນລູກ ທີ່ໄດ້ເຫັນ ທ້າວ ສຸລິຍາ ແກ້ວມະນີວົງ (ກິ)ຜູ້ປັນພໍ່ ລົງມືທຳຮ້າຍຮ່າງກາຍນາງ ກູດ ຜູ້ເປັນແມ່, ທ້າວ ຂຽດ ຈຶ່ງໄດ້ລົງມືຄາດຕະກຳຜູ້ເປັນພໍ່ໃນຄັ້ງນີ້.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...