Homeຂ່າວພາຍ​ໃນກັກຕົວ! ຊາຍຊາວຈີນ ຂໍ້ຫາມີຢາເສບຕິດ-ເສບຢາເສບຕິດ

ກັກຕົວ! ຊາຍຊາວຈີນ ຂໍ້ຫາມີຢາເສບຕິດ-ເສບຢາເສບຕິດ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ປະຈຳຈຸດກວດກາພູດິນຊາຍ, ບ້ານນໍ້າຕວດ, ເມືອງປາກຊ່ອງ, ແຂວງຈຳປາສັກ ໄດ້ກວດກາຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນໄປມາຕາມທ້ອງຖະໜົນ ແລະ ໄດ້ກວດກາລົດກະບະວີໂກ້ ສີຂາວ ທະບຽນ ກຮ 9699 (ສະຫວັນນະເຂດ), ຜ່ານການກວດກາຂອງເຈົ້າໜ້າທີ່ພົບເຫັນເຄື່ອງຂອງກາງຢາເສບຕິດ (ຢາບ້າ) ຈຳນວນ 91 ເມັດ ຊຸກເຊື່ອງໄວ້ໃນລົດ.

ເຈົ້າໜ້າທີ່ຈິ່ງໄດ້ກັກຕົວຜູ້ຂັບຂີ່ ຊື່ ທ້າວ ອາຫົວ, ອາຍຸ 47 ປີ, ສັນຊາດຈີນ, ອາຊີບຄ້າຂາຍ, ປະຈຸບັນພັກເຊົາຢູ່ ບ້ານຕະໂອດ, ເມືອງປາກຊ່ອງ, ແຂວງຈຳປາສັກ ໃນຂໍ້ຫາ: ມີຢາເສບຕິດ (ຢາບ້າ) ໄວ້ໃນຄອບຄອງ ແລະ ເສບຢາເສບຕິດ (ຢາບ້າ), ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ປະຈຳຈຸດກວດກາພູດິນຊາຍ, ເມືອງປາກຊ່ອງ, ແຂວງຈຳປາສັກ ແມ່ນມອບໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກນໍາໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...