Homeຂ່າວພາຍ​ໃນສະຫວັນນະເຂດຕັ້ງເປົ້າຈະສູ້ຊົນ ໃຫ້ໄດ້ດຸນການຄ້າຕ່າງປະເທດ 700 ລ້ານໂດລາ ໃນປີ 2024

ສະຫວັນນະເຂດຕັ້ງເປົ້າຈະສູ້ຊົນ ໃຫ້ໄດ້ດຸນການຄ້າຕ່າງປະເທດ 700 ລ້ານໂດລາ ໃນປີ 2024

Published on

ອຳນາດການປົກຄອງ ແຂວງ ສະຫວັນນະເຂດ ຕັ້ງເປົ້າ ປີ 2024 ຈະສູ້ຊົນ ໃຫ້ໄດ້ດຸນການຄ້າຕ່າງປະເທດ 700 ລ້ານໂດລາ ຈາກທ່າແຮງ ການສົ່ງອອກ ເຫຍື່ອເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ.

ທ່ານ ສີຫັດຖະ ພອນສະຫວັນ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດກັບ ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ໃນປີ 2024 ແຂວງສະຫວັນນະເຂດ ຕັ້ງເປົ້າມຸນຄ່າການຄ້າຕ່າງປະເທດໃຫ້ບັນລຸ 3.592 ລ້ານໂດລາ ໃນນີ້. ການສົ່ງອອກໃຫ້ບັນລຸ 2.149 ລ້ານໂດລາ ແລະ ການນໍາເຂົ້າໃຫ້ບັນລຸ 1.442 ລ້ານໂດລາ ເຊິ່ງຈະເຮັດໃຫ້ ແຂວງ ສະຫວັນນະເຂດ ໄດ້ດຸນການຄ້າຢູ່ປະມານ 700 ລ້ານໂດລາ.

ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ຍັງໃຫ້ຂໍ້ມູນອີກວ່າ ສຳລັບສິນຄ້າສົ່ງອອກທີ່ເປັນທ່າແຮງສຳຄັນ ແລະ ມີມູນຄ່າສູງ ຂອງແຂວງສະຫວັນນະເຂດ ແມ່ນ ເຍື່ອເຈ້ຍ ແລະ ວັດຖຸທີ່ເຮັດດ້ວຍເຈ້ຍ ເຊິ່ງກວມເອົາເຖິງ 70% ຂອງມູນຄ່າການສົ່ງອອກທັງໝົດຂອງແຂວງ ສະຫວັນນະເຂດ, ຮອງລົງມາແມ່ນອຸດສາຫະກຳ ການກໍສ້າງ ເຊັ່ນພວກເຫຼັກເສັ້ນ ຊີມັງ, ນອກຈາກນີ້ ດ້ານກະສິກຳ ກໍຍັງມີ ມັນຕົ້ນ ແລະ ແປ້ງມັນຕົ້ນ ທີ່ມີທ່າແຮງໃນການສົ່ງອອກສູງສົມຄວນ. ໂດຍມີບັນປະເທດໃນອາຊຽນ ແລະ ສປ ຈີນ ເປັນຕະຫຼາດສົ່ງອອກຫຼັກຂອງແຂວງສະຫວັນນະເຂດ.

ສຳລັບ ການສິນຄ້າສົ່ງອອກ ທົ່ວປະເທດໃນປີ 2023 ທີ່ຜ່ານມາແມ່ນ ສາມາດບັນລຸໄດ້ທັງໝົດ 8.370 ລ້ານໂດລາ ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ໄຟຟ້າ 2.382 ລ້ານໂດລາ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາ, ແຮ່ທອງ 425 ລ້ານໂດລາ, ແຮ່ເຫຼັກ 411 ລ້ານໂດລາ, ເກືອກາລີ 401 ລ້ານໂດລາ, ມັນຕົ້ນ 333 ລ້ານໂດລາ, ຢາງພາລາ 310 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 284 ລ້ານໂດລາ ແລະ ນ້ຳຕານ 265 ລ້ານໂດລາ.

ໃນປີ 2024 ແຂວງສະຫວັນນະເຂດ ໄດ້ວາງເປົ້າໝາຍການພັດທະນາເສດຖະກິດ ໂດຍໃຫ້ຍອດລວມຜະລິດຕະພັນພາຍໃນ ຫຼື GDP ຂະຫຍາຍຕົວໃນລະດັບ 7,8% ໃນນີ້ ຂະແໜງກະສິກຳໃຫ້ຂະຫຍາຍຕົວໃນລະດັບ 3,9%; ຂະແໜງການອຸດສາຫະກຳ 9,7% ແລະ ຂະແໜງການ ບໍລິການ ໃຫ້ຂະຫຍາຍຕົວໃນລະດັບ 8,30%.

ແຫຼ່ງຂ່າວ: ວຽງຈັນທາຍ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...