Homeຂ່າວພາຍ​ໃນຈຳນວນອຸບັດເຫດເພິ່ມຂຶ້ນ ທົ່ວແຂວງຫຼວງພະບາງ

ຈຳນວນອຸບັດເຫດເພິ່ມຂຶ້ນ ທົ່ວແຂວງຫຼວງພະບາງ

Published on

ທ່ານ ພັນຕີ ອານົງ ມິ່ງຄໍາ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນຳວຽກງານຈະລາຈອນ ນະຄອນຫຼວງພະບາງ, ແຂວງຫຼວງພະບາງໄດ້ໃຫ້ສຳພາດໃນວັນທີ 22 ເມສາຜ່ານມາວ່າ: ໃນໄລຍະບຸນປີໃໝ່ລາວມີອຸບັດເຫດເກີດຂຶ້ນທັງໝົດ 20 ລາຍ, ມີພາຫະນະເປ່ເພ 38 ຄັນ, ມີຜູ້ໄດ້ຮັບບາດເຈັບ 27 ຄົນ, ໃນນັ້ນບາດເຈັບເລັກນ້ອຍ 16 ຄົນ, ເຈັບສົມຄວນ 10 ຄົນ, ສາຫັດ 1 ຄົນ, ເສຍຊີວິດ 5 ຄົນ, ຍິງ 1 ຄົນ. ເຊິ່ງທຽບໃສ່ປີ 2023 ທີ່ຜ່ານມາແມ່ນມີອຸບັດເຫດເກີດຂຶ້ນ 8 ລາຍ, ພາຫະນະເປ່ເພ 14 ຄັນ, ຄົນໄດ້ຮັບບາດເຈັບ 14 ຄົນ, ຄົນເສຍຊີວິດ 1 ຄົນ.

อาจเป็นรูปภาพของ 1 คน และ ข้อความ

ສ່ວນສາເຫດຂອງການເກີດອຸບັດເຫດສ່ວນໃຫຍ່ດຶ່ມສິ່ງມືນເມົາ, ແລ່ນລົດໄວ, ບໍ່ປ່ອຍສິດ, ແຊງບໍ່ຮັບປະກັນ, ແລ່ນບໍ່ແນບເສັ້ນ, ແລ່ນກິນທາງ.ນອກນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ສືບຕໍ່ປະຕິບັດກົດລະບຽບການສັນຈອນເພື່ອຫຼຸດຜ່ອນການເກີດອຸບັດເຫດອັນຈະນຳໄປສູ່ການສູນເສຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ.

ຂ່າວ: ຫຼວງພະບາງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...