Homeຂ່າວພາຍ​ໃນໄລຍະປີໃໝ່ລາວ ອຸດົມໄຊ ມີອຸບັດຕິເຫດ

ໄລຍະປີໃໝ່ລາວ ອຸດົມໄຊ ມີອຸບັດຕິເຫດ

Published on

ຈາກການຕິດຕາມກວດກາຂອງເຈົ້າໜ້າທີ່ຈະລາຈອນ ແຂວງອຸດົມໄຊ ໃນໄລຍະບຸນປີໃໝ່ລາວ ແຕ່ວັນທີ່ 12-16 ເມສາ ທີ່ຜ່ານມາ ໄດ້ມີການລາຍງານກ່ຽວກັບສະພາບການເກີດອຸບັດຕິເຫດ ທີ່ເກີດຂຶ້ນມີ 12 ຄັ້ງ, ພາຫະນາເປ່ເພ 13 ຄັນ ເປ່ເພສົມຄວນ 14 ຄັນ, ໃຊ້ການບໍ່ໄດ້ 2 ຄັນ ຄົນໄດ້ຮັບບາດເຈັບ 29 ຄົນ ໃນນີ້, ບາດເຈັບເລັກນ້ອຍ 19 ຄົນ, ບາດເຈັບສົມຄວນ 8 ຄົນ, ບາດເຈັບສາຫັດ 1 ແລະ ເສຍຊີວິດ 1 ຄົນ (ໃນຄັ້ງວັນທີ 12) ລວມມູນຄ່າການເສຍຫາຍ 200 ກວ່າລ້ານກີບ.

อาจเป็นรูปภาพของ 9 คน และ ข้อความ

ທ່ານ ພັນໂທ ອ່ອນສີ ແສງມະນີ ຫົວໜ້າພະແນກຕຳຫລວດຈະລາຈອນ ປກສ ແຂວງອຸດົມໄຊ ໄດ້ໃຫ້ຮູ້ຕື່ມອີກວ່າ: ສາເຫດຫຼັກຂອງການເກີດອຸບັດເຫດແມ່ນຜູ້ຂັບຂີ່ລະເມີດຂໍ້ຫ້າມ ເປັນຕົ້ນແມ່ນ ເມົາແລ້ວຂັບ ກໍ່ໃຫ້ເກີດອຸບັດເຫດຕາມມາ.

ຂ່າວ: ແສງອາທິດ
ພາບ: ກູ້ໄພອົງການກາແດງລາວອຸດົມໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...