spot_img
Homeຂ່າວຕ່າງປະເທດສານຫວຽດນາມຕັດສິນປະຫານຊີວິດ ເຈົ້າແມ່ອະສັງຫາລິມາຊັບ ໃນຂ້ຫາສໍ້ໂກງທີ່ໃຫຍ່ທີ່ສຸດໃນຫວຽດນາມ

ສານຫວຽດນາມຕັດສິນປະຫານຊີວິດ ເຈົ້າແມ່ອະສັງຫາລິມາຊັບ ໃນຂ້ຫາສໍ້ໂກງທີ່ໃຫຍ່ທີ່ສຸດໃນຫວຽດນາມ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ເມສາ 2024 ສານໃນເມືອງໂຮຈິມິນ ປະເທດຫວຽດນາມ ຕັດສິນໂທດປະຫານຊີວິດ ນາງ ເຈືອງ ມາຍ ລັ່ນ ອະດີດເຈົ້າແມ່ອະສັງຫາລິມາຊັບເຈົ້າຂອງບໍລິສັດ Van Thinh Phat Group ໃນຄະດີກ່ຽວກັບການສໍ້ໂກງຄັ້ງໃຫຍ່ທີ່ສຸດໃນຫວຽດນາມ ທີ່ມີຄວາມເສຍຫາຍມູນຄ່າກວ່າ 12,500 ລ້ານໂດລາ.

ນາງ ເຈືອງ ມາຍ ລັ່ນ ອາຍຸ 67 ປີຖືກຈັບຕັ້ງແຕ່ປີ 2022 ແລະ ຖືກຕັ້ງຂໍ້ຫາຫຼາຍຂໍ້ຫາ ໃນການຕິດສິນບົນເຈົ້າໜ້າທີ່ ການຝ່າຝືນກົດລະບຽບການກູ້ຢືມຂອງທະນາຄານ ແຕ່ຂໍ້ຫາທີ່ໜັກທີ່ສຸດກໍຄື ການສໍ້ໂກງຊັບຈາກທະນາຄານ ໄຊງ່ອນ ຄອມເມີຊຽວ ແບ້ງ (SCB) ລະຫວ່າງປີ 2018-2022.

ນອກຈາກໂທດປະຫານຊີວິດໃນຄະດີສໍ້ໂກງແລ້ວ ສານຍັງຕັດສິນໂທດຈຳຄຸກ 20 ປີອີກ 2 ຂໍ້ຫາລວມເປັນ 40 ປີ ໃນການຕິດສິນບົນເຈົ້າໜ້າທີ່ ແລະ ຝ່າຝືນລະບຽບການກູ້ຢືມຂອງທະນາຄານ, ນອກຈາກນີ້ຍັງຖືກຕັດສິນໃຫ້ຕ້ອງຊົດໃຊ້ຄ່າເສຍຫາຍເປັນເງິນ 674 ລ້ານໆດ່ອງ ຫຼື ຫຼາຍກວ່າສອງເທົ່າຂອງມູນຄ່າ 12,500 ລ້ານໂດລາໃນຄະດີສໍ້ໂກງທະນາຄານ (SCB)

ແຫຼ່ງຂ່າວ: ກຸງເທບທຸລະກິດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...