Homeຂ່າວພາຍ​ໃນການສັນຈອນພາຍໃນນະຄອນ ຫຼວງພະບາງ ໄລຍະບຸນປີໃໝ່ລາວ ຈະມີການປິດການສັນຈອນບາງເສັ້ນທາງ

ການສັນຈອນພາຍໃນນະຄອນ ຫຼວງພະບາງ ໄລຍະບຸນປີໃໝ່ລາວ ຈະມີການປິດການສັນຈອນບາງເສັ້ນທາງ

Published on

ວັນທີ 12 ເມສາ 2024 ນີ້ ພັນໂທ ໄວຍະສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງພະບາງ ຮ່ວມກັບ ຜູ້ຕາງໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ ແລະພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບແຜນການປ້ອງກັນການຈັດສັນຄວາມເປັນລະບຽບຮຽບຮ້ອຍງານບຸນປີໃໝ່ລາວ ພສ 2567, ຄສ 2024 ທ່ານກ່າວວ່າ: ເພື່ອປ້ອງກັນ, ສະກັດກັ້ນ ແລະຫຼຸດຜ່ອນການສັນຈອນແອອັດ, ຕິດຄັດໃນມື້ຈັດງານບຸນປີໃໝ່ລາວ ພສ 2567 ໃຫ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພໃນການສັນຈອນ, ເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ລາວ ມີຄວາມເບີກບານມ່ວນຊື່ນ ແລະຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ.

ເຊີ່ງການຈັດງານບຸນປີໃໝ່ລາວຢູ່ນະຄອນ ຫຼວງພະບາງ ສ່ວນໃຫຍ່ພື້ນທີຈັດງານໂລະລາດ, ແຫ່ວໍ່ ສ່ວນໃຫ່ຍແມ່ນນຳໃຊ້ເສັ້ນທາງເປັນພື້ນທີຈັດງານ ຈື່ງມີຄວາມຈຳເປັນປິດເສັ້ນທາງບາງເສັ້ນທາງ ໃນນັ້ນ ມື້ວັນທີ 13 ເມສາ 2024 ເປັນມື້ຈັດງານຕະຫຼາດນັດມວນຊົນ (ໂລະລາດ) ແລະລົງດອນຊາຍມຸງຄຸນ ຈະໄດ້ມີການປິດການສັນຈອນ ແຕ່ສາມແຍກອານຸສາວະລີທ່ານ ໄກສອນ ພົມວິຫານ ຫາ ສີ່ແຍກຮ່ອມຕາດໝໍ້ ໃນເຂດມໍລະດົກໂລກ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ ຕັ້ງແຕ່ເວລາ 5 ໂມງ ຫາ ເວລາ 13 ໂມງ, ມື້ວັນທີ 14 ແລະ 16 ເມສາ 2024 ເປັນມື້ແຫ່ຫວໍ່ຂື້ນ ແລະ ແຫ່ຫວໍ່ລ່ອງ ຈະໄດ້ມີການປິດການສັນຈອນ ແຕ່ໜ້າຫ້ອງວ່າການແຂວງ ຮອດ ສາມແຍກປາກຄານ ໂດຍບໍ່ໃຫ້ນຳເອົາລົດທຸກປະເພດເຂົ້າໄປໃນພື້ນທີ່ຈັດງານ, ຫາກທ່ານໃດຫາກມີຈຸດປະສົງທີ່ຈະເຂົ້າໄປຮ່ວມງານບຸນ ແມ່ນໃຫ້ຈອດລົດຂອງທ່ານໄວ້ທີ່ເດີ່ນຊາວມັງກອນ, ອ້ອມຮອບສວນສາທາລະນະລ້ານຊ້າງ, ໂຮງຮຽນມັດທະຍົມສົມບູນພັນຫຼວງ, ໂຮງຮຽນມັດທະຍົມສົມບູນສັນຕິພາບ, ສະຖານີຂົນສົ່ງລົດຕູ້ບ້ານນາຫຼວງ, ສະຖານີຂົນສົ່ງລົດເມບ້ານນາຫຼວງ, ອ້ອມຮອບສະໜາມກິລານາຫຼວງ, ສະຖານທີ່ອື່ນໆຕາມຄວາມເໝາະ ແລະ ຕາມການການແນະນຳຂອງເຈົ້າໜ້າທີ, ສະເພາະຜູ້ທີ່ມີຈຸດປະສົງ ສັນຈອນຜ່ານເຮືອບັກຂ້າມນ້ຳຂອງ ລະຫ່ວາງ ນະຄອນ ຫຼວງພະບາງ ຫາ ເມືອງຈອມເພັດ ໃນວັນທີ 13, 14, ແລະ 16 ເມສາ 2024 ແມ່ນໃຫ້ໄປນຳໃຊ້ເສັ້ນທາງທ່າບັກ ບ້ານຊຽງແກ້ວ ນະຄອນ ຫຼວງພະບາງ ຫາ ບ້ານຈ່ານເໜືອ ເມືອງຈອມເພັດ.

ພັນໂທ ໄວຍະສັກ ຄຳພິຈິດ ໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນການສັນຈອນງານບຸນປີໃໝ່ລາວຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ ກອງບັນຊາການ ປກສ ນະຄອນ ຫຼວງພະບາງ ໄດ້ໃຊ້ກໍາລັງເຈົ້າໜ້າທີ່ຈະລາຈອນເຮັດໜ້າທີລະບາຍລົດ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຈໍານວນ 119 ຄົນ, ໂດຍເຂົ້າປະຈໍາປ້ອມ, ປະຈໍາຈຸດ 3 ແຍກ, 4 ແຍກ ແລະສະຖານທີຈັດກິດຈະກໍາ ຢູ່ແຕ່ລະລະເສັ້ນທາງເສັ້ນທາງເທດສະບານ ນະຄອນ ຫຼວງພະບາງ. ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ນັກຂັບຂີ່ ພ້ອມກັນເຄົາລົບ ແລະປະຕິບັດກົດຈະລາຈອນທາງບົກ ຢ່າງເຂັ້ມງວດເຊັ່ນວ່າ: ທຸກຄັ້ງກ່ອນອອກຈາກເຮືອນ ຕ້ອງຖືເອກະສານລົດໃຫ້ຄົບຖ້ວນ, ກວດກາສະພາບເຕັກນິກລົດໃຫ້ດີ, ຜູ້ຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະຜູ້ຊ້ອນທ້າຍ, ລົດໃຫ່ຍໃຫ້ຄັດສາຍແອວນີລະໄພ, ເມົາບໍ່ຂັບ, ບໍ່ລົມໂທລະສັບເວລາຂັບຂີ່ລົດ ແລະປະຕິບັດຕາມການສັນຍານລະບາຍລົດ ຂອງເຈົ້າໜ້າທີຢ່າງເຂັ້ມງວດ ເພື່ອສະກັດກັ້ນອຸບັດຕິເຫດທີຈະເກີດຂື້ນໃນໄລຍະຫຼີ້ນບຸນປີໃໝ່ລາວນີ້.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...