Homeຂ່າວຕ່າງປະເທດຕຳຫຼວດບຸກຈັບ ປ້າ-ຫຼານ ສຸດມຶນ ປະສົມຢາສະຜົມໃສ່ກ່ອງທີ່ໃຊ້ແລ້ວ ຕົວະວ່າເປັນຂອງແທ້ ສົ່ງຂາຍຕະຫຼາດນັດ

ຕຳຫຼວດບຸກຈັບ ປ້າ-ຫຼານ ສຸດມຶນ ປະສົມຢາສະຜົມໃສ່ກ່ອງທີ່ໃຊ້ແລ້ວ ຕົວະວ່າເປັນຂອງແທ້ ສົ່ງຂາຍຕະຫຼາດນັດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 31 ມີນາ 2024 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດສອບສວນກາງ(CIB) ບຸກຈັບປ້າກັບຫຼານ ຂາຍຢາສະຜົມທີ່ຜະສົມເອງ ໃນນຖານຄວາມຜິດ “ນຳຫີບຫໍ່ ຫຼື ພາສະນະທີ່ສະແດງເຄື່ອງໝາຍການຄ້າ ຂອງບຸກຄົນອື່ນ ທີ່ຈົດທະບຽນໄວ້ແລ້ວ ມາໃຊ້ສຳລັບສິນຄ້າຂອງຕົນເອງ ຫຼື ຂອງບຸກຄົນອື່ນເພື່ອໃຫ້ປະຊາຊົນ ຫຼົງເຊື່ອວ່າເປັນສິນຄ້າຂອງເຈົ້າຂອງເຄື່ອງໝາຍການຄ້າ” ໂດຍຈັບກຸມໄດ້ທີ່ໃນພຶ້ນທີ່ ເມືອງບາງບົວທອງ ແຂວງນົນທະບູລີ ປະເທດໄທ.

ເຈົ້າໜ້າທີ່ໄດ້ທຳການສືບເນື່ອງຈາກກ່ອນໜ້ານີ້ຕົວແທນຜູ້ຮັບມອບອຳນາດຈາກບໍລິສັດຜູ້ເສຍຫາຍໄດ້ເຂົ້າແຈ້ງເບາະແສຕໍ່ເຈົ້າໜ້າທີ່ວ່າມີຜູ້ລັກລອບຈຳໜ່າຍຜະລິດຕະພັນປະເພດຢາສະຫົວຂອງບໍລິສັດທີ່ເປັນຂອງປອມ ຈາກການສືບສວນພົບວ່າ: ຜູ້ຕ້ອງຫາຈະຕ້ອງຊື້ກ່ອງຢາສະຜົມຂອງແທ້ທີ່ໃຊ້ແລ້ວຈາກຮ້ານຊື້-ຂາຍຂອງເກົ່າ ແລະ ນຳມາບັນຈຸຢາສະຜົມທີ່ປະສົມເອງ ໂດຍໃຊ້ວັດຖຸດິບທີ່ຫາຊື້ໄດ້ໃນຕະຫຼາດ ແລະ ຂາຍໃຫ້ລູກຄ້າຕາມຕະຫຼາດນັດໃນລາຄາທີ່ຖືກກວ່າລາຄາແທ້ ນອກຈາກນີ້ຍັງຂາຍໃນກຸ່ມເຟສບຸກ ເຊິ່ງມີຄວາມຍາກໃນການແຍກແຍະຂອງຜູ້ບໍລິໂພກ ເນື່ອງຈາກກ່ອງທີ່ໃຊ້ໃນການບັນຈຸນັ້ນເປັນຂອງແທ້.

ຢ່າງໃດກຕາມເຈົ້າໜ້າທີ່ໄດ້ດຳເນີນການສືບສວນຈົນຮູ້ວ່າ: ສະຖານທີ່ດັ່ງກ່າວເປັນສະຖານທີ່ຜະລິດ ບ່ອນເກັບມ້ຽນສິນຄ້າ ເພື່ອຈຳໜ່າຍ ຈຶ່ງໄດ້ນຳໝາຍຄົ້ນສານຊັບສິນທາງປັນຍາ ແລະ ການຄ້າລະຫວ່າງປະເທດເຂົ້າທຳການກວດຄົ້ນຈຶ່ງພົບຂອງກາງຕາມລາຍການດັ່ງກ່າວ ຈຶ່ງໄດ້ແຈ້ງຂໍ້ກ່າວຫາ ແລະ ຈັບກຸມຜູ້ຕ້ອງຫາເພື່ອດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: CIB

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...