Homeຂ່າວພາຍ​ໃນນວ ຈະໃຊ້ຕໍາຫລວດ 700 ກວ່າຄົນ ອໍານວຍຄວາມສະດວກ ໄລຍະບຸນປີໃໝ່ລາວ

ນວ ຈະໃຊ້ຕໍາຫລວດ 700 ກວ່າຄົນ ອໍານວຍຄວາມສະດວກ ໄລຍະບຸນປີໃໝ່ລາວ

Published on

ໃນໄລຍະບຸນປີໃໝ່ລາວ ຫລື ບຸນສົງການປີນີ້, ພະແນກຕໍາຫລວດຈະລາຈອນ ນະຄອນ ຫລວງວຽງຈັນ(ນວ) ກຽມຈັດກອງກໍາລັງຮັບຜິດຊອບແບບປະຈໍາທີ່ ແລະ ເຄື່ອນທີ່ປະມານ 700 ກວ່າຄົນ ປະຈໍາການຢູ່ 100 ກວ່າຈຸດ, ພ້ອມຈະມີການກວດຈັບຄວາມໄວ ແລະ ທາດເຫລົ້າຕາມສາຍທາງ. ທັງນີ້, ກໍເພື່ອອຳນວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນ.

ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າຕໍາຫລວດຈະລາຈອນ ນວ ໃຫ້ສໍາພາດເມື່ອບໍ່ດົນນີ້ ວ່າ: ເພື່ອຮັບປະກັນເຮັດໃຫ້ການສັນຈອນໄປ-ມາຕາມເສັ້ນທາງ ມີຄວາມເປັນລະບຽບຮຽບຮ້ອຍ, ສະດວກ ແລະ ປອດໄພດີ ໂດຍສະເພາະ ໃນໂອກາດປີໃໝ່ລາວ ພສ 2567 ນີ້, ພະແນກຕໍາຫລດຈະລາ ຈອນ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ສົມທົບກອງຕໍາຫລວດຈະລາຈອນ 9 ຕົວເມືອງ ໄດ້ວາງແຜນຈັດກໍາລັງຕໍາຫລດ ຈໍານວນ 724 ຄົນ ປະຈໍາຢູ່ຕາມຈຸດປ້ອມຍາມ, ຕາມສາຍທາງ ແລະ ຢູ່ຕາມສະຖານທີ່ຈັດກິດຈະກໍາຕ່າງໆ ທົ່ວນະຄອນຫລວງວຽງຈັນ 129 ຈຸດ.

ໃນນີ້, ຈະເນັ້ນ 5 ໜ້າວຽກຕົ້ນຕໍຄື ວຽກງານໂຄສະນາ ໂດຍນໍາໃຊ້ລົດກະບະ, ລົດຈັກຕິດເຄື່ອງສຽງ ເພື່ອກ່າວໂຄສະນາເຜີຍແຜ່ຄໍາສັ່ງ, ຄໍາແນະນໍາ, ກົດລະບຽບ ແລະ ຫລັກການຂັບຂີ່ປອດໄພຕ່າງໆ ໃຫ້ມວນຊົນໄດ້ຮັບຮູ້ຢ່າງກວ້າງ ຂວາງ ທີ່ສໍາຄັນຜູ້ຂີ່ຄວນໃຫ້ກຽດຄົນຍ່າງ; ເນັ້ນໃສ່ວຽກງານຄວບຄຸມລະບາຍການສັນຈອນ ອໍານວຍຄວາມສະດວກຕໍ່ຜູ້ໃຊ້ລົດໃຊ້ຖະໜົນ; ເນັ້ນໃສ່ວຽກງານເລາະຈັດລະບຽບສາຍທາງ ເພື່ອບໍ່ໃຫ້ມີລົດຈອດຜິດຈຸດ ຈອດກີດຂວາງການສັນຈອນ; ວຽກຕັ້ງຈຸດກວດກາການສັນຈອນ ແລະ ການເຮັດວຽກງານບັງຄັບໃຊ້ກົດໝາຍ ໂດຍສະ ເພາະຈັບຄວາມໄວ ແລະ ກວດກາທາດເຫລົ້າ; ວຽກງານປະຈໍາການ 24 ຊົ່ວໂມງ ຖ້າມີກໍລະນີເກີດອຸບັດເຫດຢູ່ບ່ອນໃດ ກໍຈະໄດ້ໄປແກ້ໄຂແບບວ່ອງໄວ.

ຂໍ້ມູນຈາກ: ສຳນັກຂ່າວປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...