spot_img
Homeຂ່າວຕ່າງປະເທດປິດແລ້ວ! ລົດໄຟເຫາະໄວທີ່ສຸດໃນໂລກ

ປິດແລ້ວ! ລົດໄຟເຫາະໄວທີ່ສຸດໃນໂລກ

Published on

ເມື່ອບໍ່ດົນມານີ້, ເວັບໄຊ້ຕ່າງປະເທດລາຍງານວ່າ:ລົດໄຟເຫາະ ທີ່ຖືກຂະໜານນາມວ່າ: ເປັນລົດໄຟເຫາະທີ່ມີຄວາມໄວສູງທີ່ສຸດໃນໂລກ Do-Dodonpa ທີ່ສວນສະໜຸກ ຟູຈິ-ຄິວ ໄຮແລນ, ໃນແຂວງ ຢາມານາຊິ, ປະເທດຍີ່ປຸ່ນ ປະກາດປິດໃຫ້ບໍລິການຖາວອນ, ເນື່ອງຈາກມີການລາຍງານວ່າມີຜູ້ຫຼິ້ນໄດ້ຮັບບາດເຈັບ-ກະດູກຫັກຫຼາຍຄົນຈາກການຫຼິ້ນເຄື່ອງຫຼິ້ນດັ່ງກ່າວ.

ໃນໄລຍະຜ່ານມາ, ທາງສວນສະໜຸກໄດ້ພະຍາຍາມຫາທາງອອກ ແລະ ແກ້ໄຂເພື່ອແເພິ່ມຄວາມປອດໄພໃຫ້ກັບເຄື່ອງຫຼິ້ນດັ່ງກ່າວຫຼາຍຂຶ້ນ, ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ເທົ່າທີ່ຄວນ, ເນື່ອງຈາກຄ່າ G-Force ຈາກການເລັ່ງຄວາມໄວຂອງລົດໄຟເຫາະນີ້ຢູ່ທີ່ 3.75G ເຊິ່ງຖືວ່າທຽບເທົ່າກັບການອອກຕົວຂອງເຮືອບິນອາຍພົ່ນ, ອາດຈະເຮັດໃຫ້ເກີດການບາດເຈັບຈາກແຮງອອກຕົວຂອງເຄື່ອງຫຼິ້ນໄດ້.

ພາຍຫຼັງທີ່ທາງສວນສະໜຸກໄດ້ປຶກສາຫາລືຫຼາຍຄັ້ງກັບຜູ້ຜະລິດ, ຈຶ່ງໄດ້ຂໍ້ສະຫຼຸບວ່າ: ຈະຕັດສິນໃຈປິດໃຫ້ບໍລິການຢ່າງຖາວອນ, ຫຼັງຈາກໃນໄລຍະ 2-3 ປີທີ່ຜ່ານມາ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 18 ຄົນ, ໃນນັ້ນມີ 9 ຄົນ ມີອາການກະດູກຫັກ.

ຂ່າວ: Japan Today

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...