spot_img
Homeຂ່າວພາຍ​ໃນຕົ້ນປີ 2024 ອັກຄີໄພໃນນະຄອນຫຼວງວຽງຈັນ

ຕົ້ນປີ 2024 ອັກຄີໄພໃນນະຄອນຫຼວງວຽງຈັນ

Published on

ໃນໄລຍະ 2 ເດືອນ (ມັງກອນ-ກຸມພາ) ປີ 2024 ຜ່ານມານີ້, ຢູ່ນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 15 ຄັ້ງ, ໃນນີ້ໄຟໄໝ້ເຮືອນ 7 ຫຼັງ, ໄໝ້ລົດ 1 ຄັນ, ໄໝ້ພັດລົມດູດອາກາດ 2 ຄັ້ງ ແລະ ໄໝ້ປ່າ 5 ຄັ້ງ, ສ້າງຄວາມເສຍຫາຍຫຼາຍກວ່າ 1 ຕື້ 106 ລ້ານກີບ ແລະ 3 ໝື່ນໂດລາສະຫະລັດ.

ພັນໂທ ຄຳເພັດ ດາລາວົງ, ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ອັກຄີໄພທີ່ເກີດຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແມ່ນມີທ່າອ່ຽງເພີ່ມຂຶ້ນ, ໂດຍສະເພາະໄຟໄໝ້ປ່າ, ໃນນີ້ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢູ່ເມືອງໄຊທານີ, ເນື່ອງຈາກມີເນື້ອທີ່ກວ້າງຂວາງ ແລະ ດິນເປົ່າວ່າງຫລາຍເຮັດໃຫ້ເກີດໄຟໄໝ້ປ່າໄດ້ງ່າຍ.

ເພື່ອປ້ອງກັນສະພາບອັກຄີໄພທີ່ອາດຈະເກີດຂຶ້ນ ໂດຍສະເພາະໃນໄລຍະອາກາດຮ້ອນອົບເອົ້າທີ່ຈະມາເຖີງນີ້, ໜ່ວຍງານທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ເຄື່ອນໄຫວລົງໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນອັກຄີໄພຢູ່ບັນດາສໍານັກງານ-ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ເຂດຊຸມຊົນຕ່າງໆທີ່ມີຄວາມສ່ຽງຢ່າງຕໍ່ເນື່ອງ. ນອກຈາກນີ້, ໄດ້ກະກຽມຄວາມພ້ອມດ້ານພາຫະນະ, ອຸປະກອນ ແລະ ກໍາລັງຄົນເພື່ອປະຈໍາການຕະຫຼອດ 24 ຊົ່ວໂມງ, ລວມເຖິງປະສານງານກັບຈຸມອດໄຟໃນແຕ່ລະເມືອງ ແລະ ໜ່ວຍກູ້ໄພທີ່ມີລົດມອດໄຟເພື່ອພ້ອມກັນກຽມຄວາມພ້ອມຮັບມືກັບອັກຄີໄພເຊັ່ນດຽວກັນ.

ນອກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ: ຮຽກຮ້ອງມາຍັງຜູ້ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ທຸກຄົນຈົ່ງເພີ່ມສະຕິ ໃນການຊົມໃຊ້ໄຟ, ທັງໄຟຟ້າ, ໄຟດັງ ແລະ ການໃຕ້ທູບຈູດທຽນຕ່າງໆ ໃຫ້ສູງຂຶ້ນກວ່າເກົ່າ. ສໍາລັບໄຟຟ້າເມື່ອຢຸດໃຊ້ງານແລ້ວຕ້ອງຖອດປັກສຽບທຸກຄັ້ງ ຫຼື ມີການກວດກາອຸປະກອນໄຟຟ້າເປັນປະຈໍາ, ເຊັ່ນດຽວກັບໄຟດັງ ແລະ ການໃຕ້ທູບທຽນຕ່າງໆ ຕ້ອງດັບມອດກ່ອນອອກເຮືອນທຸກຄັ້ງ ເພື່ອຄວາມປອດໄພ.

ຂ່າວ: ທີມຂ່າວອອນລາຍ, ວສລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...