spot_img
Homeຂ່າວຕ່າງປະເທດອະດີີດອາຈານໃຈບຸນ ບໍລິຈາກເງິນ 1000 ລ້ານໂດລາ ໃຫ້ນັກສຶກສາໃນມະຫາໄລແຫ່ງໜຶ່ງໃນສະຫະລັດ

ອະດີີດອາຈານໃຈບຸນ ບໍລິຈາກເງິນ 1000 ລ້ານໂດລາ ໃຫ້ນັກສຶກສາໃນມະຫາໄລແຫ່ງໜຶ່ງໃນສະຫະລັດ

Published on

ເວັບໄຊ້ຂ່າວຕ່າງປະເທດລາຍງານໃນວັນທີ 28 ກຸມພາ 2024 ກ່ຽວກັບເລື່ອງລາວໄດ້ຮັບຄວາມໜ້າສົນໃຈໃນສະຫະລັດເມື່ອ ນາງ ຣູດ ກອດແມນອາຍຸ 93 ປີຕັດສິນໃຈຖິ້ມມໍລະດົກຫຸ້ນຈາກບໍລິສັດຄອບ​ຄອງ​ຫຼາຍ​ແຫ່ງ​ຊາດ​ຂະ​ຫນາດ​ໃຫຍ່​ຂອງຜົວ ບໍລິຈາກເງິນໃຫ້ວິທະຍາໄລການແພດອາວເບິດ ອາຍສະຕາຍ ເປັນຈຳນວນເງິນກວ່າ 1000 ລ້ານໂດລາ ເພື່ອໃຫ້ທຶນໃນການຮຽນຟຣີຕະຫຼອດການສຶກສາ ແລະ ເປີດເຜີຍວ່່າບໍ່ຢາກໃຫ້ນັກສຶກສາເປັນໜີ້.

ຕາມການລາຍງານຂອງສື້ທ້ອງຖິ່ນລະບຸວ່າ: ເງິນບໍລິຈາກທັງໝົດນີ້ມອບໃຫ້ກັບນັກສຶກສາແພດຊັ້ນປີທີ 4 ຂອງມະຫາວິທະຍາໄລຈະໄດ້ຮັບເງິນຄ່າຮຽນຄືນສຳລັບພາກການສຶກສາໃນລະດູໃບໄມ້ຫຼົ່ນຂອງປີນີ້ ແລະ ເມື່ອຮອດເດືອນ ສິງຫາ ປີ 2024 ສຳລັບນັກຮຽນແພດທັງລຸ້ນປັດຈຸບັນ ແລະ ທີ່ກຳລັງຈະສະມັກເຂົ້າມາຈະໄດ້ຮຽນຟຣີທຸກຄົນ  ແລະ ບໍ່ຕ້ອງຈ່າຍຄ່າຮຽນອີກຕໍ່ໄປ.

ສຳລັບ ນາງ ກອດແມນ ລະບຸວ່າ: ເງິນບໍລິຈາກຂອງນາງຈະຊ່ວຍໃຫ້ນັກສຶກສາແພດທີ່ຈົບໃໝ່ສາມາດເລີ່ມຕົ້ນປະກອບວິຊາອາຊີບໄດ້ໂດຍບໍ່ຕ້ອງມີໜີ້ສິນຈາກຄ່າຮຽນ ຢ່າງໃດກໍຕາມມະຫາເສດຖີຄົນນີ້ເຄີຍມີປະຫວັດໃນການເຮັດວຽກຢູ່ມະຫາໄລແຫ່ງນີ້ ໃນຕຳແໜ່ງຜູ້ອຳນວຍການຝ່າຍຈິດຕະວິທະຍາການສຶກສາ ອີກທັງຍັງເປັນສະມາຊິກຄະນະກຳມະການອຳນວຍການອາຍສະຕາຍມາຢ່າງຍາວນານ ແລະ ດຳລົງຕຳແໜ່ງຄົນປັດຈຸບັນ.

ທັງນີ້ຄ່າຮຽນຂອງມະຫາວິທະຍາໄລການແພດແຫ່ງນີ້ເລີ່ມຕົ້ນ 59,000 ໂດລາຕໍ່ຄົນເຮັດໃຫ້ນັກຮຽນແພດຈຳນວນຫຼາຍ ຕ້ອງກູ້ຢືມເງິນເພື່ອມາຈ່າຍຄ່າຮຽນໂດຍມີການປະເມີນວ່າ ຫຼັງຈາກການຈົບການສຶກສາແລ້ວ ຈະຕ້ອງເປັນໜີ້ທາງການສຶກສາບໍ່ຕ່ຳກວ່າ 200,000 ໂດລາ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...