spot_img
Homeຂ່າວພາຍ​ໃນສາເຫດໄຟໄໝ້ເລົ້າເກັບມ້ຽນສາລີຢູ່ ບ້ານຫ້ວຍກໍ້ ເມືອງໜອງແຮດ ແຂວງຊຽງຂວາງ

ສາເຫດໄຟໄໝ້ເລົ້າເກັບມ້ຽນສາລີຢູ່ ບ້ານຫ້ວຍກໍ້ ເມືອງໜອງແຮດ ແຂວງຊຽງຂວາງ

Published on

ຈາກກໍລະນີທີ່ມີເຫດໄຟໄໝ້ເລົ້າເກັບມ້ຽນສາລີຂອງປະຊາຊົນຢູ່ ບ້ານ ຫ້ວຍກໍ້, ເມືອງໜອງແຮດ ເກີດຂຶ້ນໃນວັນທີ 19 ກຸມພາ 2024 ຜ່ານມາ ເຮັດໃຫ້ມີຜົນເສຍຫາຍຫລາຍສົມຄວນ.

ທ່ານ ຕູ້ຢ່າ ຢົງວ່າ ເຈົ້າເມືອງໜອງແຮດ, ແຂວງຊຽງຂວາງ ໄດ້ອອກມາຊີ້ແຈງໃນວັນທີ 26 ກຸມພາ 2024 ວ່າ: ຈາກການກວດກາ ແລະ ເກັບກໍາຂໍ້ມູນຕົວຈິງຂອງເຈົ້າໜ້າທີ່ ປກສ ກຸ່ມ ທີ່ບ້ານ ຫ້ວຍກໍ້ ຂຶ້ນກັບ ສາມາດຢືນຢັນໄດ້ວ່າ: ເຫດໄຟໄໝ້ທີ່ເກີດຂຶ້ນ ແມ່ນຍ້ອນໃນວັນທີ 19 ກຸມພານີ້ ມີຊາຍ 2 ຄົນ ຄື: ທ. ຜາຍ, ອາຍຸ 14 ປີ ແລະ ທ. ຄົງ, ອາຍຸ 18 ປີ ໄດ້ໄປທ່ຽວປ່າ, ພໍມາຮອດຈຸດເກີດເຫດທັງສອງໄດ້ພ້ອມກັນດັງໄຟເພື່ອແຕ່ງກິນ, ພາຍຫລັງແຕ່ງກິນສໍາເລັດ, ຍ້ອນຂາດສະຕິຈິ່ງບໍ່ໄດ້ມອດໄຟ ເຮັດໃຫ້ມາຮອດເວລາປະມານ 11 ໂມງ-12 ໂມງ ຂອງວັນດຽວກັນ ໄຟໄດ້ລາມໄປໄໝ້ເລົ້າເກັບມ້ຽນສາລີຂອງປະຊາຊົນ 3 ຄອບ ຄົວທີ່ຢູ່ໃກ້ຄຽງ ຈໍານວນ 3 ເລົ້າ ຊຶ່ງມີສາລີລວມກັນປະມານ 12-14 ໂຕນ, ໃນນີ້ ສາ ມາດເກັບກູ້ຄືນໄດ້ຈໍານວນໜຶ່ງ ເຮັດໃຫ້ສາລີເສຍຫາຍຕົວຈິງປະມານ 7-8 ໂຕນ, ມູນຄ່າປະມານ 100 ລ້ານກວ່າກີບ.

ເຈົ້າເມືອງໜອງແຮດ ຢືນຢັນຕື່ມວ່າ: ໄຟໄໝ້ເລົ້າສາລີທີ່ເກີດຂຶ້ນໃນຄັ້ງນີ້ ບໍ່ແມ່ນຄົນຮ້າຍລັກຈູດແຕ່ຢ່າງໃດ, ແຕ່ເປັນຍ້ອນການຂາດສະຕິໃນເວລາດັງໄຟຂອງຊາຍສອງຄົນດັ່ງກ່າວແທ້. ສ່ວນເລື່ອງການທົດແທນຜົນເສຍຫາຍນັ້ນ ຜູ້ເສຍຫາຍ ແລະ ຜູ້ກໍ່ເຫດຂໍໄກ່ເກ່ຍໄຂກັນເອງ ເນື່ອງຈາກຜູ້ເສຍຫາຍ ແລະ ຜູ້ກໍ່ເຫດແມ່ນຍາດພີ່ນ້ອງກັນເອງ.

ສໍາລັບເຫດໄຟໄໝ້ເລົ້າສາລີໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດທີ່ເກີດຂຶ້ນພາຍໃນເມືອງໜອງແຮດ. ດັ່ງນັ້ນ ທ່ານເຈົ້າເມືອງ ໄດ້ຝາກມາຍັງປະຊາຊົນພາຍໃນເມືອງ ຈົ່ງເພີ່ມສະຕິໃນການປ້ອງກັນໄຟໄໝ້ລາມປ່າໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະ ເພາະໃນໄລຍະຍາມແລ້ວໃນປັດຈຸບັນຊຶ່ງອາດເຮັດໃຫ້ເກີດໄຟໄໝ້ລາມປ່າໄດ້ງ່າຍຖ້າຫາກຂາດສະຕິໃນການປ້ອງກັນທີ່ດີ.

ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...