Homeຂ່າວພາຍ​ໃນດ່ານພາສີສາກົນ ນາເພົ້າ ເກັບລາຍຮັບໄດ້ 99,06%

ດ່ານພາສີສາກົນ ນາເພົ້າ ເກັບລາຍຮັບໄດ້ 99,06%

Published on

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີ ສາກົນນາເພົ້າ, ແຂວງຄຳມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 21 ກຸມພາ ທີ່ຜ່ານມາວ່າ: ປີ 2023 ດ່ານພາສີສາກົນນາເພົ້າ ໄດ້ຮັບການມອບໝາຍເກັບລາຍຮັບເຂົ້າງົບປະມານທັງໝົດ 162,4 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ ສາມາດຈັດເກັບຮັບໄດ້ທັງໝົດ 160,8 ຕື້ກີບ ເທົ່າກັບ 99,06% ຂອງແຜນການປີ, ທຽບໃສ່ປີ 2022 ການເກັບລາຍຮັບເພີ່ມຂຶ້ນ 66,1 ຕື້ກີບ ຫຼື ເທົ່າກັບ 69,82%, ການເກັບລາຍຮັບສ່ວນຫຼາຍແມ່ນໄດ້ຈາກຄ່າທຳນຽມຕ່າງໆ, ນໍ້າມັນເຊື້ອໄຟ, ສິນຄ້າຕາມສັນຍາອາຊຽນ, ຄ່າສັກພິເສດ ປະເພດແຮ່ທາດຕ່າງໆ (ປະເພດໄມ້ແປຮູບ, ອຸປະກອນກໍ່ສ້າງ, ອຸປະກອນໄຟຟ້າ ແລະ ອື່ນໆ ) .

May be an image of 1 person and text

ສາເຫດທີ່ພາໃຫ້ການຈັດເກັບລາຍຮັບບໍ່ບັນລຸຕາມແຜນແມ່ນມີຫຼາຍປັດໄຈ ເປັນຕົ້ນແຜນການຈັດເກັບລາຍຮັບເພີ່ມຂຶ້ນສູງ ຖ້າທຽບໃສ່ປີທີ່ຜ່ານມາ, ການນໍາເຂົ້າສິນຄ້າຈໍານວນໜຶ່ງ ແມ່ນນຳເຂົ້າຕາມກອບຂອງອາຊຽນ, ເຊິ່ງໄດ້ຮັບບຸລິມະສິດໃນການຍົກເວັ້ນ ແລະ ຫຼຸດຜ່ອນອັດຕາພາສີນຳເຂົ້າ, ການນຳເຂົ້າສິນຄ້າຕາມໂຄງການການລົງທຶນກໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມຕາມກົດໝາຍອາກອນ ແລະ ກົດໝາຍສົ່ງເສີມການລົງທຶນ.

May be an image of lumberyardສໍາລັບໃນປີ 2024 ດ່ານພາສີສາກົນນາເພົ້າ ແມ່ນໄດ້ຮັບໂຕເລກມອບໝາຍຈັດເກັບລາຍຮັບທັງໝົດ ຈໍານວນ 305 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 142,6 ຕື້ກີບ ຫຼື ເພີ່ມຂຶ້ນ 87,80 % ເຊິ່ງເປັນຕົວເລກທີ່ເພີ່ມຂຶ້ນສູງພໍສົມຄວນ . ສະນັ້ນ ເພື່ອເຮັດໃຫ້ຕົວເລກລາຍຮັບປະຕິບັດໄດ້ຕາມແຜນການທີ່ໄດ້ວາງໄວ້ ດ່ານພາສີສາກົນນາເພົ້າຈຶ່ງໄດ້ກຳນົດມາດຕະການຈຳນວນໜຶ່ງ ເປັນວຽກງານຈຸດສຸມໃນຕໍ່ໜ້າ ເປັນຕົ້ນເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ອ້າຍນ້ອງພະນັກງານຢ່າງເປັນປົກກະຕິ, ຈັດວາງໜ້າວຽກແບ່ງຄວາມຮັບຜິດຊອບໃຫ້ພະນັກງານໃນໜ້າວຽກແຕ່ລະບ່ອນໃຫ້ແທດເໝາະກັບຄວາມຮູ້ – ຄວາມສາມາດຂອງແຕ່ລະຄົນ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເຂັ້ມງວດຕາມກົດໝາຍພາສີ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ, ສືບຕໍ່ປະຕິບັດການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ, ສືບຕໍ່ການເພີ່ມທະວີຄວາມເຂັ້ມງວດການການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ເພີ່ມທະວີວຽກງານປະສານສົມທົບກັບອໍານາດການປົກຄອງ ແລະ ພາກສ່ວນຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງສິ່ງອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດ.

ຂ່າວ: Media Laos

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...