Homeນານາສາລະໃຜບໍ່ມັກກິນເຂົ້າເຊົ້າ! ລະວັງຈະເປັນ 5 ພະຍາດນີ້!

ໃຜບໍ່ມັກກິນເຂົ້າເຊົ້າ! ລະວັງຈະເປັນ 5 ພະຍາດນີ້!

Published on

ໃຜເປັນແນ່ ບໍ່ມັກກິນເຂົ້າເຊົ້າ, ແຕ່ຮູ້ຫຼືບໍ? ການບໍ່ມັກກິນເຂົ້າເຊົ້າຈະເຮັດໃຫ້ເຮົາມີຄວາມສ່ຽງໃນການເປັນ 5 ພະຍາດນີ້.

1. ພະຍາດຕຸ້ຍ: ການບໍ່ກິນເຂົ້າເຊົ້າ ຈະເຮັດໃຫ້ລະດັບນໍ້າຕານໃນເລືອດຕໍ່າ, ເຮັດໃຫ້ຮູ້ສຶກຢາກກິນຫຼາຍຂຶ້ນໃນຕອນທ່ຽງ ແລະ ຍັງເຮັດໃຫ້ລະບົບເຜົາຜານເຮັດວຽກໜ້ອຍລົງອີກດ້ວຍ.

2. ພະຍາດສະໝອງເສື່ອມ: ອາຫານເຊົ້າຈະຊ່ວຍໄປກະຕຸ້ນພະລັງໃຫ້ສະໝອງເຮັດໃຫ້ມີຄວາມຈື່ຈຳດີ, ຖ້າຫາກວ່າບໍ່ກິນເຂົ້າເຊົ້າ ຮ່າງກາຍຈະບໍ່ສົດຊື່ນ, ມັກຫຼົງລືມ, ບໍ່ມີສະມາທິ, ຫາກປ່ອຍໄວ້ດົນໆຈະພາໃຫ້ກາຍເປັນພະຍາດສະໝອງເສື່ອມໃນອະນາຄົດ.

3. ພະຍາດເສັ້ນເລືອດໃນສະໝອງ ແລະ ພະຍາດຫົວໃຈ: ຫຼັງຈາກຕື່ນນອນ ເລືອດຈະມີຄວາມເຂັ້ມຂຸ້ນສູງ, ເຊິ່ງຈະເຮັດໃຫ້ເສັ້ນເລືອດໄປລ້ຽງສະໝອງ ຫຼື ຫົວໃຈອຸດຕັນໄດ້, ຈາກຜົນການວິໄຈຈາກສະມາຄົມແພດພະຍາດຫົວໃຈໃນປະເທດອາເມຣິກາໃນປີ 2003 ພົບວ່າ ການກິນອາຫານເຊົ້າຢ່າງສະໝໍ່າສະເໝີ ຈະຊ່ວຍຫຼຸດຄວາມສ່ຽງໄດ້.

4. ພະຍາດກົດໄຫຼຍ້ອນ: ປັດໄຈໜຶ່ງທີ່ເກີດຈາກພຶດຕິກຳການກິນທີ່ບໍ່ເໝາະສົມ ແລະ ບໍ່ເປັນເວລາ

ຂໍ້ມູນ: thaihealth

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...