spot_img
Homeຂ່າວພາຍ​ໃນເປີດນໍາໃຊ້ເສັ້ນທາງ ແຕ່ຂົວນໍ້າສັງ-ບ້ານຄົກເຂົ້າດໍ

ເປີດນໍາໃຊ້ເສັ້ນທາງ ແຕ່ຂົວນໍ້າສັງ-ບ້ານຄົກເຂົ້າດໍ

Published on

ໃນວັນທີ 20 ກຸມພາ ທີ່ຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດນໍາໃຊ້ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 11 ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ, ໂດຍມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາລາວ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີ ກະຊວງ ຍທຂ ທ່ານຮອງເຈົ້າແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 7 people and text

ໂຄງການກໍ່ສ້າງ ທາງເລກ 11 ມີຄວາມລວງຍາວ 104,98 ກິໂລແມັດ ແລະ ກໍ່ສ້າງທາງຊອຍແຕ່ ບ້ານໂນນສະຫວັນ ຫາ ເທດສະບານ ເມືອງຊະນະຄາມ ລວງຍາວ 16,55 ກິໂລແມັດ ເປັນໂຄງການບຸລິມະສິດຂອງລັດຖະບານ, ນອນຢູ່ໃນແຜນຍຸດທະສາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ. ຍ້ອນເຫັນໄດ້ຄວາມສຳຄັນຂອງເສັ້ນທາງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ສະເໜີຂໍທຶນສະໜັບສະໜູນຈາກລັດຖະບານ ແຫ່ງຣາຊະອານາຈັກໄທ ເພື່ອມາກໍ່ສ້າງເສັ້ນທາງດັ່ງກ່າວ, ຈາກນັ້ນ, ລັດຖະບານ ແຫ່ງຣາຊະອານາຈັກໄທ ຈຶ່ງມອບໃຫ້ອົງການຮ່ວມມື ພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ (ອົງການ NEDA) ເປັນຜູ້ຮັບຜິດຊອບ ແລະ ໄດ້ເຊັນສັນຍາເງິນກູ້ຢືມ ໃນວັນທີ 26 ກັນຍາ 2018 ລວມມູນຄ່າທັງໝົດ 1.826.500.000 ບາດ (ສະກຸນເງິນໄທ), ໄລຍະການຊໍາລະຄືນ ແມ່ນ 25 ປີ, ໄລຍະໝົດໜີ້ 7 ປີ, ດອກເບັ້ຍ 1,25% ຕໍ່ປີ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວຄື: ວຽກກໍ່ສ້າງ ຈ້າງທີ່ປຶກສາ ບໍລິຫານຄຸ້ມຄອງໂຄງການ; ສ່ວນມູນຄ່າຍົກຍ້າຍສິ່ງກີດຂວາງອອກຈາກແລວທາງນັ້ນ ແມ່ນນໍາໃຊ້ງົບປະມານຂອງລັດຖະບານ ສປປ ລາວ.

May be an image of 6 people, dais and text

ມາດຖານເຕັກນິກຂອງການອອກແບບເສັ້ນທາງສາຍຫຼັກ (ເລກ 11) ມີຄວາມຍາວ 104,98 ກິໂລແມັດ ເປັນປະເພດທາງຊັ້ນ 3 ຕາມມາດຕະຖານເຕັກນິກຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ຄວາມກວ້າງໜ້າທາງ 10 ແມັດ, ປູດ້ວຍຢາງຂົ້ວ ຄວາມໜາ 5 ຊັງຕີແມັດ, ມີ 2 ຊ່ອງຈາລະຈອນ, ກວ້າງ 3,50 ແມັດ ແລະ ບ່າທາງກວ້າງເບື້ອງລະ 1,50 ແມັດ, ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ແລະ ກໍ່ສ້າງທາງຊອຍແຕ່ບ້ານໂນນສະຫວັນ ຫາ ເທດສະບານ ເມືອງຊະນະຄາມ ຄວາມຍາວ 16,55 ກິໂລແມັດ ການອອກແບບເປັນປະເພດທາງຊັ້ນ 4 ຄວາມກວ້າງໜ້າທາງ 9 ແມັດ, ປູຢາງ 2 ຊັ້ນ, ມີ 2 ຊ່ອງຈາລະຈອນ ກວ້າງ 3,50 ແມັດ, ບ່າທາງກວ້າງເບື້ອງລະ 1 ແມັດ, ສາມາດຮັບນໍ້າໜັກໄດ້ 9,1 ໂຕນຕໍ່ເພົາ

May be an image of road

ໂຄງການກໍ່ສ້າງທາງເລກ 11 ໄດ້ເຊັນສັນຍາຮັບເໝົາ ຄັ້ງວັນທີ 28 ມິຖຸນາ 2019 ແລະ ເລີ່ມລົງມືກໍ່ສ້າງ ວັນທີ 1 ຕຸລາ 2019 ຊຶ່ງມີໄລຍະເວລາປະຕິບັດວຽກ 36 ເດືອນ, ຜ່ານການຈັດຕັ້ງປະຕິບັດບັນດາໜ້າວຽກກໍ່ສ້າງຂອງໂຄງການໃນໄລຍະຜ່ານມາເຫັນວ່າ ແມ່ນໄດ້ພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນການແຜ່ລະບາດຂອງພະຍາດໂຄວິດ -19, ສະພາບເສດຖະກິດມີການຜັນແປ ເຮັດໃຫ້ເກີດໄພເງິນເຟີ້, ລາຄາ ວັດສະດຸ, ນໍ້າມັນເຊື້ອໄຟ ມີການເໜັງຕີງເພິ່ມຂຶ້ນສູງ ຊຶ່ງສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ, ນອກຈາກນັ້ນ ບໍລິມາດວຽກກໍ່ສ້າງທີ່ຈັດຕັ້ງປະຕິບັດຕົວຈິງ ກໍເພິ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບບໍລິມາດທີ່ປະເມີນໃນເບື້ອງຕົ້ນ ໂດຍສະເພາະແມ່ນວຽກຕັດຫີນແຂງ ແລະ ຕັດຫີນອ່ອນ ຈຶ່ງໄດ້ມີການດັດປັບເຕັກນິກການກໍ່ສ້າງຊັ້ນໜ້າທາງບາງຊ່ວງຄືນໃໝ່ ເປັນຕົ້ນຄວາມກວ້າງໜ້າທາງປູຢາງຂົ້ວ AC ຈາກ 10 ແມັດ ມາເປັນ 7,50 ແມັດ, ສ່ວນບ່າທາງເບື້ອງລະ 1,50 ແມັດ, ໜ້າວຽກທີ່ປະຕິບັດໄດ້ທັງ 2 ສັນຍາ ມີຄື:

  • ສັນຍາ 1 : ກໍ່ສ້າງທາງເລກ 11 ເລີ່ມແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານໂນນສະຫວັນ ເມືອງຊະນະຄາມ ແຂວງວຽງຈັນ ມີໄລຍະທາງທັງໝົດ 59,30 ກິໂລແມັດ ແລະ ກໍ່ສ້າງທາງຊອຍ ແຕ່ບ້ານໂນນສະຫວັນ-ເທດສະບານ ເມືອງຊະນະຄາມ 16,55 ກມ, ໃນນັ້ນ, ກໍ່ສ້າງຂົວເບຕົງເສີມເຫຼັກ 6 ແຫ່ງ ຄວາມຍາວ 178 ແມັດ, ກໍ່ສ້າງທໍ່ຫຼ່ຽມ 41 ແຫ່ງ ຄວາມຍາວ 726 ແມັດ ແລະ ກໍ່ສ້າງທໍ່ກົມ 176 ແຫ່ງ ຄວາມຍາວ 4.235 ແມັດ, ໂດຍແມ່ນບໍລິສັດ ປຣາຍູນໄຊ 1984 (ປະເທດໄທ) ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າຕາມສັນຍາເບື້ອງຕົ້ນ 789.636.716,99 ບາດ ມູນຄ່າກໍ່ສ້າງຕົວຈິງ 889.761.118,82 ບາດ.
  • ສັນຍາ 2 : ກໍ່ສ້າງທາງເລກ 11 ແຕ່ ບ້ານໂນນສະຫວັນ-ບ້ານຄົກເຂົ້າດໍ, ໄລຍະທາງທັງໝົດ 45,68 ກິໂລແມັດ, ໃນນັ້ນ ກໍ່ສ້າງຂົວເບຕົງເສີມເຫຼັກ 1 ແຫ່ງ ຄວາມຍາວ 30 ແມັດ, ກໍ່ສ້າງທໍ່ຫຼ່ຽມ 14 ແຫ່ງ ຄວາມຍາວ 242 ແມັດ ແລະ ກໍ່ສ້າງທໍ່ກົມ 102 ແຫ່ງ ຄວາມຍາວ 2.483 ແມັດ, ໂດຍແມ່ນ ບໍລິສັດ S Khemarat Industry (ປະເທດໄທ) ຮ່ວມກັບກຸ່ມ ບໍລິສັດ ທະວີໂຊກ ພັດທະນາ ຈໍາກັດ (ສປປ ລາວ) ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າຕາມສັນຍາເບື້ອງຕົ້ນ 816.378.513 ບາດ ມູນຄ່າກໍ່ສ້າງຕົວຈິງ 865.467.645,02 ບາດ.

ຂ່າວ: ຍທຂ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...