spot_img
Homeນານາສາລະຄວນລ່ຽງອາຫານ 3 ປະເພດ

ຄວນລ່ຽງອາຫານ 3 ປະເພດ

Published on

ສາວໆຫຼາຍຄົນເປັນຄືກັນບໍ? ເວລາທີ່ເປັນປະຈຳເດືອນຮູ້ສຶກຢາກກິນອັນນັ້ນອັນນີ້ຫຼາຍໆຢ່າງບໍ່ວ່າຈະເປັນອາຫານຫວານ,ຄາວ,ເຄື່ອງດື່ມຕ່າງໆ…ແຕ່ຫຼາຍຄົນອາດຈະຍັງບໍ່ຮູ້ວ່າມັນຈະມີອາຫານ 3 ປະເພດທີ່ຫ້າມກິນເວລາເປັນປະຈຳເດືອນ, ເພາະຈະສົ່ງຜົນເຮັດໃຫ້ມີອາການເຈັບທ້ອງປະຈຳເດືອນ, ເຊິ່ງມື້ນີ້ລາວໂພສຈະມາບອກສາວໆໃຫ້ຮູ້ໄປນຳກັນ.

1. ເຄື່ອງດື່ມປະເພດຄາເຟອິນ ແລະ ແອວກໍຮໍ ໃນຊ່ວງກ່ອນທີ່ຈະມີປະຈຳເດືອນ 2-3 ມື້, ຮ່າງກາຍຈະເມື່ອຍ, ອ່ອນເພຍ, ເຈັບຫົວ, ຫງຸດຫງິດງ່າຍ, ເມື່ອກິນອາຫານປະເພດທີ່ມີຄາເຟອິນ ຫຼື ແອວກໍຮໍ ເຂົ້າໄປຈະຍິ່ງເປັນຕົວກະຕຸ້ນໃຫ້ຍິ່ງຮູ້ສຶກບໍ່ສະບາຍຕົວ, ລວມໄປເຖິງທາດຂອງແອວກໍຮໍ ເຮັດໃຫ້ອັດຕາການເຕັ້ນຫົວໃຈແຮງຂຶ້ນ, ສົ່ງຜົນໃຫ້ເລືອດສູບສີດ, ພາໃຫ້ປະລິມານຂອງປະຈຳເດືອນອອກມາຫຼາຍຂຶ້ນ ແລະ ຈະມີອາການເຈັບທ້ອງປະຈຳເດືອນຕາມມາ.

2. ອາຫານໝັກ, ດອງ, ລົດຈັດ ແລະ ອາຫານສຳເລັດຮູບ. ໃນລະຫວ່າງທີ່ມີປະຈຳເດືອນ ລະບົບຍ່ອຍອາຫານຂອງຫຼາຍຄົນຈະຮູ້ສຶກປັ່ນປ່ວນ, ເຊິ່ງເກີດມາຈາກຮໍໂມນໂພສຕາແກຣນດິນ(Prostaglandin) ເຮັດໃຫ້ກ້າມຊີ້ນລຳໄສ້ຫົດຕົວ, ຮູ້ສຶກຄືຈະຖອກທ້ອງ ຫຼື ເຈັບທ້ອງໃນຊ່ວງທີ່ມີປະຈຳເດືອນ. ດັ່ງນັ້ນ, ການກິນອາຫານປະເພດໝັກ, ລົດຈັດ ຈະຍິ່ງເຮັດໃຫ້ເກີດອາການຖອກທ້ອງ, ລະບົບຍ່ອຍອາຫານເຮັດວຽກໜັກຂຶ້ນ.

3. ອາຫານປະເພດຊີ້ນ, ໄຂມັນ ແລະ ຂອງທອດ ດັ່ງທີ່ກ່າວໄປຂ້າງເທິງນັ້ນວ່າໃນບະຫວ່າງທີ່ມີປະຈຳເດືອນລະບົບຍ່ອຍອາຫານຈະປັ່ນປ່ວນ, ຈຶ່ງແນະນຳໃຫ້ກິນອາຫານປະເພດທີ່ມີໃຍອາຫານສູງເຊັ່ນ: ພືດ, ຜັກ, ໄຂ່, ນົມ, ຊີ້ນປາ ເປັນຕົ້ນ. ແລະ ຄວນຫຼີກລ່ຽງອາຫານທີ່ຍ່ອຍຍາກເຊັ່ນ: ອາຫານປະເພດຊີ້ນ, ໄຂມັນ ແລະ ຂອງທອດ.

ນອກຈາກຈະຫຼີກລ່ຽງອາຫນ 3 ປະເພດທີ່ກ່າວມາຂ້າງເທິງນັ້ນ, ແນະນຳໃຫ້ສາວໆອອກກຳລັງກາຍເບົາໆປະມານເຄິ່ງຊົ່ວໂມງ, ເນື່ອງຈາກການອອກຳລັງກາຍຊ່ວຍໃຫ້ຮ່າງກາຍຜະລິດສານເອັນໂດຣຟິນ (Endorphine) ເປັນສານທີ່ເຮັດໃຫ້ມີຄວາມສຸກ ແລະ ຫຼຸດຜ່ອນຄວາມຕຶງຄຽດ ແລະ ນອນພັກຜ່ອນໃຫ້ພຽງພໍ, ຫາກມີອາຫານເຈັບທ້ອງປະຈຳເດືອນທີ່ຮຸນແຮງຄວນພົບແພດຢ່າງຮີບດ່ວນ.

ຂໍ້ມູນ: paolohospital

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...