Homeຂ່າວພາຍ​ໃນສະໜາມກິລາແຂວງສາລະວັນ ຄາດຈະສຳເລັດເດືອນສິງຫານີ້

ສະໜາມກິລາແຂວງສາລະວັນ ຄາດຈະສຳເລັດເດືອນສິງຫານີ້

Published on

ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ແຂວງສາລະວັນ ເຈົ້າພາບ ຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ລະຫວ່າງວັນທີ 13-22 ທັນວາ 2024 ລົງຕິດຕາມການກໍ່ສ້າງສະໜາມກິລາບານເຕະແຂວງສາລະວັນ ຊຶ່ງຈະນຳໃຊ້ຮອງຮັບພິທີເປີດ-ປິດງານກິລາດັ່ງກ່າວ ຄາດວ່າຈະກໍ່ສ້າງສຳເລັດສົມບູນແລ້ວກ່ອນງານຈະເລີ່ມ ໃນເດືອນສິງຫາ 2024 ນີ້.

May be an image of 4 people and golf course

ພາຍຫຼັງທີ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ເພື່ອກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ສຳເລັດລົງໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສາລະວັນ ແຂວງສາລະວັນ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະຮັບຜິດຊອບຈັດງານດັ່ງກ່າວໄດ້ລົງຕິດຕາມໂຄງການກໍ່ສ້າງສະໜາມກິລາແຂວງສາລະວັນ ເພື່ອກຽມນຳໃຊ້ເຂົ້າໃນພິທີເປີດ-ປິດງານກິລາດັ່ງກ່າວ.

May be an image of 1 person, golfing, golf course and grass

ໂອກາດນີ້, ທ່ານ ອາກັງ ຈຸຈິກັງ ປະທານບໍລິສັດ ອິນທະສິດ ກໍ່ສ້າງ ຜູ້ຮັບເໝົາ ໃຫ້ສຳພາດວ່າ: ໂຄງການກໍ່ສ້າງແຫ່ງນີ້ມີເນື້ອທີ່ທັງໝົດ 7 ເຮັກຕ້າປາຍ ເຊິ່ງບໍລິສັດ ອິນທະສິດ ກໍ່ສ້າງຂອງພວກເຮົາໄດ້ຮັບເໝົາທັງໝົດ 3 ໂຄງການ ກໍຄື: ກໍ່ສ້າງສະໜາມກິລາແຂວງ, ກໍ່ສ້າງອັດສະຈັນບ່ອນຊົມ-ເຊຍ ແລະ ກໍ່ສ້າງຫ້ອງນໍ້າ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2017 ແຕ່ຍ້ອນພົບກັບບັນຫາຄວາມຫຍຸ້ງຍາກທາງດ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ໂຈະໂຄງການໄວ້ກ່ອນ ແລະ ທາງລັດຖະບານ ກໍຄື ຄະນະນຳແຂວງສາລະວັນ ໃຫ້ສືບຕໍ່ກໍ່ສ້າງ 3 ໂຄງການດັ່ງກ່າວ ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2023 ເປັນຕົ້ນມາ ໂດຍອີງໃສ່ຕາມແຜນດຳເນີນງານແມ່ນກຳນົດຈະໃຫ້ສຳເລັດສົມບູນແບບທັງໝົດແມ່ນເດືອນສິງຫາ 2024 ນີ້.

ສຳລັບສະໜາມກິລາດັ່ງກ່າວ ສະເພາະອັດສະຈັນບ່ອນນັ່ງ ເຊິ່ງມີທັງໂຊນວີໄອພີ ແລະ ກອງເຊຍ ສາມາດບັນຈຸຜູ້ຊົມໄດ້ເຖິງໜຶ່ງພັນກວ່າຄົນ ໂດຍສັນຍາໃນເບື້ອງຕົ້ນດ້ານງົບປະມານ ແມ່ນກຳນົດໄວ້ທີ່ 19 ຕື້ກວ່າກີບ, ແຕ່ມາຮອດປັດຈຸບັນນີ້ ບໍ່ໄດ້ແລ້ວ ເພາະເສດຖະກິດບ້ານເຮົາມີທ່າອຽງເພີ່ມຂຶ້ນສູງ ໂດຍສະເພາະເລື່ອງບັນຫາອັດຕາແລກປ່ຽນເງິນຕາ ຊິ່ງລວມທັງຄ່າແຮງງານຕ່າງໆ ສາມາດປະເມີນມູນຄ່າໃນການກໍ່ສ້າງທັງໝົດຫຼາຍກວ່າ 30 ຕື້ກີບ.

ຂ່າວ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...