spot_img
Homeຂ່າວພາຍ​ໃນລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນມິດຕະພາບ

ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນມິດຕະພາບ

Published on

ໃນຕອນເຊົ້າຂອງວັນທີ 19 ກຸມພາທີ່ຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອັນເດຣ ຣູເດັນໂກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 18-19 ກຸມພານີ້ ທີ່ ນະຄອນຫຼວງວຽງຈັນ.

May be an image of 2 people and text

ການມາຢ້ຽມຢາມຄັ້ງນີ້ ກໍເພື່ອເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງການນຳຂັ້ນສູງສອງປະເທດ ລາວ-ຣັດເຊຍ ທີ່ໄດ້ຕົກລົງເຫັນດີນຳກັນ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືສອງຝ່າຍ ລາວ-ຣັດເຊຍ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືດ້ານຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ທັງການຮ່ວມມືໃນຂອບສອງຝ່າຍ, ຫຼາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ຄະນະຜູ້ແທນຣັດເຊຍ ຍັງໄດ້ພົບປະກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຜູ້ຕາງໜ້າພິເສດຂອງປະທານອາຊຽນ ກ່ຽວກັບ ມຽນມາ ຂອງ ສປປ ລາວ ໃນປີ 2024 ແລະ ຍັງໄດ້ພົບປະກັບ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຊຶ່ງໄດ້ປຶກສາຫາລື ກ່ຽວກັບ ການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

May be an image of 9 people and text

ພາຍຫຼັງສຳເລັດການເຂົ້າຢ້ຽມຂ່ຳນັບ ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍຢ່າງເປັນທາງການ ກັບ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຖານະຄູ່ຮ່ວມຕຳແໜ່ງ ຊຶ່ງ ສອງຝ່າຍ ໄດ້ປຶກສາຫາລືວຽກງານການພົວພັນຮ່ວມມື ລາວ-ຣັດເຊຍ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

May be an image of 2 people, dais and the Oval Office

ການພົບປະເຮັດວຽກຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອັນເປັນມູນເຊື້ອຍາວນານ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ອາຊີຟິກ, ສະແດງອອກໃນການພົບປະແລກປ່ຽນ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ລວມເຖິງການໄປມາຫາສູ່ກັນຂອງປະຊາຊົນດ້ວຍກັນ ຢ່າງເປັນປົກກະຕິ, ຊຶ່ງການພົວພັນສອງປະເທດ ແມ່ນນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີຜົນສຳເລັດສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນ ດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ-ບໍ່ແຮ່, ການເງິນ-ການທະນາຄານ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານມະນຸດສະທຳ, ການທ່ອງທ່ຽວ, ວັດທະນະທຳ ແລະ ອື່ນໆ, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

May be an image of 4 people

ໃນໂອກາດດຽວກັນ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ; ພ້ອມນີ້ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ; ໃນປີ 2024 ນີ້, ສປປ ລາວ ກໍໄດ້ເປີດປີທ່ອງທ່ຽວລາວ ພ້ອມທັງ ຂໍເຊີນຊວນປະຊາຊົນ ຣັດເຊຍ ມາທ່ອງທ່ຽວລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...