spot_img
Homeຂ່າວຕ່າງປະເທດລົມສາຍເກີນ 2 ນາທີ ກໍສາມາດດູດເງິນໃນບັນຊີໄດ້

ລົມສາຍເກີນ 2 ນາທີ ກໍສາມາດດູດເງິນໃນບັນຊີໄດ້

Published on

ປັດຈຸບັນນີ້, ວິທີການດູດເງິນອອກຈາກບັນຊີມີຫຼາກຫຼາຍແບບທີ່ພວກມິດສາຊີບຄິດຄົ້ນອອກມາ, ເຊິ່ງເຮັດໃຫ້ຜູ້ເສຍຫາຍຫຼາຍທ່ານຕົກເປັນເຫຍື່ອ.

ອີງຕາມບົດສຳພາດຜ່ານລາຍການຂ່າວ ຈາກສະຖານີໂທລະພາບໄທລັດຂອງປະເທດໄທ ກ່ຽວກັບຄຳໃຫ້ການຂອງອະດີດແກ໊ງຄໍເຊັນເຕີທີ່ຖືກເຈົ້າໜ້າທີ່ຈັບກຸມໄດ້ໃຫ້ຮູ້ວ່າ: ການດູດເງິນຈາກບັນຊີມີຫຼາຍຮູບແບບ, ໃນເມື່ອກ່ອນຈະເປັນການສົ່ງລິ້ງຜ່ານທາງຂໍ້ຄວາມ,ເພື່ອໃຫ້ຜູ້ເສຍຫາຍກົດເຂົ້າລິ້ງ ຫຼື ໂຫຼດແອັບໃດໜຶ່ງ, ຫຼັງຈາກນັ້ນຈະທຳການດູດເງິນ, ແຕ່ປັດຈຸບັນນີ້ມີຮູບແບບໃໝ່ອອກມາຄື: ກຸ່ມມິດສາຊີບຈະໂທຫາຜູ້ເສຍຫາຍ ແລ້ວອ້າງວ່າເປັນເຈົ້າໜ້າທີ່ທະນາຄານ ຫຼື ເຈົ້າໜ້າທີ່ພາກລັດ ເພື່ອທຳການສອບຖາມຂໍ້ມູນສ່ວນຕົວຈາກຜູ້ເສຍຫາຍເຊັ່ນ: ເລກບັດປະຈຳຕົວ, ລະຫັດຜ່ານຕ່າງໆ, ຫາກຜູ້ເສຍຫາຍໃຫ້ຂໍ້ມູນດັ່ງກ່າວ ແລະ ລົມສາຍດົນເກີນ 2 ນາທີ ຈະຖືກເຄື່ອງດູດເງິນທຳການເເຮັກຂໍ້ມູນ, ເນື່ອງຈາກມິດສາຊີບໄດ້ທຳການເອົາໂທລະສັບທີ່ກຳລັງລົມສາຍກັບຜູ້ເສຍຫາຍໄປສຽບກັບຕົວເຄື່ອງດູດເງິນ, ຫຼັງຈາກນັ້ນລະບົບຂອງເຄື່ອງຈະທຳການແຮັກຂໍ້ມູນ ແລະ ດູດເງິນອອກຈາກບັນຊີ, ຫາກໂທລະສັບເປັນລຸ້ນໄອໂຟນຖ້າເຫັນວ່າໂທລະສັບຂອງທ່ານ ຂຶ້ນຈໍສະແດງຜົນວ່າໃຊ້ງານບໍ່ໄດ້ 1 ນາທີ ຫຼື ຖ້າເປັນລະບົບແອນດອຍ ຈະເຫັນຈໍວ່າ ຂໍ້ມູນບໍ່ຖືກຕ້ອງໃຫ້ຖືສາຍລໍຖ້າ, ຖ້າຂຶ້ນເປັນສອງແບບນີ້ແປວ່າທ່ານກຳລັງຖືກແຮັກຂໍ້ມູນ ແລະ ກຳລັງຖືກດູດເງິນອອກຈາກບັນຊີ, ເມື່ອປິດເຄື່ອງແລ້ວເປີດຂຶ້ນມາໃໝ່ກໍຈະເຫັນວ່າເງິນໃນບັນຊີໄດ້ບັນຊີໄດ້ຫາຍໄປແລ້ວ.

ນອກນີ້, ອະດີດມິດສາຊີບຄົນດັ່ງກ່າວຍັງໄດ້ເຕືອນອີກວ່າ: ເມື່ອມີເບີແປກໂທມາ, ອ້າງວ່າເປັນເຈົ້າໜ້າທີ່ຕ່າງໆແລ້ວຊວນລົມສາຍເພື່ອສອບຖາມຂໍ້ມູນສ່ວນຕົວແມ່ນໃຫ້ຮີບຕັດສາຍປະຕິເສດທັນທີ, ເນື່ອງຈາກເຄື່ອງດັ່ງກ່າວຈະບໍ່ຕັດສາຍເອງ ຕ້ອງແມ່ນເຈົ້າຂອງໂທລະສັບເປັນຜູ້ຕັດສາຍເອງເທົ່ານັ້ນ.

ຫຼ້າສຸດນີ້,ໃນສັງຄົມລາວຂອງເຮົາຫາກໍ່ມີເຫດການຄ້າຍໆດັງກ່າວເກີດຂຶ້ນ, ເຊິ່ງຈະເປັນໃນຮູບແບບຂອງການສົ່ງລິ້ງເຂົ້າຫາຜ່ານຂໍ້ຄວາມທາງ Messenger ເມື່ອຜູ້ເສຍຫາຍກົດເຂົ້າລິ້ງໄປ ກໍພົບວ່າເງິນໃນບັນຊີຖືກດູດໄປແລ້ວ.

ດັ່ງນັ້ນ, ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມມິດສາຊີບດັ່ງກ່າວ, ຢາກຝາກໃຫ້ທຸກຄົນຈົ່ງມີສະຕິລະມັດລະວັງຕົວຄື: ຫ້າມກົດເຂົ້າລິ້ງຕ່າງໆທີ່ຮູ້ສຶກຜິດປົກກະຕິ, ຫ້າມຮັບໂທລະສັບເບີແປກໆ ແລ້ວໃຫ້ຂໍ້ມູນສ່ວນຕົວກັບປາຍສາຍເດັດຂາດ, ເພື່ອສະກັດກັ້ນປາກົດການຫຍໍ້ທໍ້ໃນຄັ້ງນີ້ໄປນຳກັນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...